Breaking News

ຂ່າວແທ້ ຫຼືຂ່າວລື! MISS GRAND LAOS 2019 ຈະບໍ່ໄດ້ໄປຮ່ວມປະກວດເວທີລະດັບໂລກ ຍ້ອນເຫດຜົນນີ້!!!

ແບ່ງປັນ

ຂ່າວແທ້ ຫຼືຂ່າວລື! MISS GRAND LAOS 2019 ບໍ່ໄດ້ໄປຮ່ວມປະກວດເວທີລະດັບໂລກ ຍ້ອນເຫດຜບໍ່ຮູ້ວ່າ!!!

ບໍ່ຮູ້ວ່າເປັນຂ່າວແທ້ ຫຼືຂ່າວລື ທີ່ວ່າ MISS GRAND LAOS 2019 ນ້ອງ ເຈນ ມະໄລລັກ ພະຈັນ ຈະບໍ່ສາມາດເຂົ້າຮ່ວມປະກວດເວທີ MISS GRAND INTERNATIONAL 2019 ທີ່ຈັດຂຶ້ນຢູ່ທີ່ປະເທດ ເວເນຊູເອລາ ໃນວັນທີ 25 ຕຸລາ 2019 ນີ້. ເຊິ່ງສາເຫດທີ່ເຮັດໃຫ້ ນ້ອງເຈນ ບໍ່ສາມາດໄປຮ່ວມປະກວດເວທີລະດັບໂລກໄດ້ແມ່ນຍ້ອນວ່າ ທາງກອງປະກວດ MISS GRAND LAOS 2019  ໄດ້ຈັດປະກວດຄ້ອນຂ້າງຊັກຊ້າ ເຮັດໃຫ້ຂໍວີຊ່າຄ້ອນຂ້າງຍາກ ເພາະຢູ່ປະເທດລາວ ບໍ່ມີສະຖານທູດ ປະເທດເວເນ ຕ້ອງໄດ້ໄປຂໍວີຊ່າຢູ່ ປະເທດຫວຽດນນາມ ແຕ່ກໍບໍ່ສາມາດຂໍໄດ້ທັນເວລາໄດ້ ປີນີ້ປະເທດລາວ ຈຶ່ງບໍ່ສາມາດສົ່ງຕົວແທນໄປປະກວດໄດ້ ແລະ ທັງໝົດນີ້ກໍແມ່ນຂ່າວຈາກວົງໃນທີ່ແອັດໄປໄດ້ຍິນມາ ແຕ່ຄວາມຈິງຈະເປັນແນວໃດນັ້ນຄົງຕ້ອງຖ້າໃຫ້ທາງກອງປະກວດອອກມາຊີ້ແຈງອີກເທື່ອໜຶ່ງ ຫຼືສູດທ້າຍແລ້ວ ທາງຜູ້ໃຫຍ່ຈະມີວິທີແກ້ໄຂແນວໃດເພື່ອໃຫ້ສາມາດນໍາຕົວ MISS GRAND LAOS ໄປຮ່ວມປະກວດໄດ້ທັນເວລາ? ຈັ່ງໃດພວກເຮົາມາຕິດຕາມໄປນໍາເນາະ! ແຕ່ກໍຫວັງຢ່າງຍິ່ງວ່າທາງກອງປະກວດຈະມີວິທີແກ້ໄຂທີ່ດີທີ່ສຸດ!!! ເປັນກໍາລັງໃຈໃຫ້ນ້ອງ ເຈນ ສະເໝີ… ສູ້ໆເດີ່!!!

ໂພສຈາກ ນົບພະລັດ ສີໄກພັກ MISS GRAND LAOS 2018

ງົດງາມ ຢາກເຫັນນ້ອງໃນເວທີລະດັບໂລກ

ຫຼືຈະເປັນຄວວາມຈິງ ຮູບພາບເກັບຕົວມື້ທໍາອິດ ໄຮ້ເງົານາງງາມລາວ

ແບ່ງປັນ