Breaking News

ງົດງາມ! ປະເພນີລາວ… ມາເບິ່ງພາບບັນຍາກາດ ວຽນທຽນ, ແຫ່ໂຄມໄພ, ໄຫຼເຮືອໄຟ ແລະ ລອຍກະໂທງໃນມື້ບຸນອອກພັນສາ…

ແບ່ງປັນ

ງົດງາມ! ປະເພນີລາວ… ມາເບິ່ງພາບບັນຍາກາດ ການວຽນທຽນ, ແຫ່ໂຄມໄພ, ໄຫຼເຮືອໄຟ ແລະ ລອຍກະໂທງໃນມື້ບຸນອອກພັນສາ…

ຜ່ານໄປແລ້ວສໍາລັບປະເພນີບຸນອອກພັນສາ ປະວໍລະນາ ທີ່ເປັນໜຶ່ງໃນຮີດ 12 ຂອງປະເພນີລາວ ເຊິ່ງສໍາລັບພຸນປະເພນີອອກພັນສານີ້ ກໍມີກິດກໍາຫຼັກໆຄື ຕັກບາດໃນຕອນເຊົ້າ, ຕອນແລງກໍຈະມີການວຽນທຽນ, ໄຫຼເຮືອໄຟ ແລະ ລອຍກະໂທງ ເຊິ່ງເປັນກິດຈະກໍາທີ່ຄູ່ຮັກມັກນິຍົມພາກັນໄປລອຍກະໂທງ. ຫຼັງໆມານີ້ໄດ້ມີອີກກິດຈະກໍາໜຶ່ງທີ່ຄົນໜຸ່ມສາວກໍາລັງນິຍົມກັນ ໂດຍສະເພາະສາວໆ ກັບກິດຈະກໍາແຕ່ງກາຍແບບລາວເດີມ ແລະ ລາວສະໄໝ ໄປຖ່າຍຮູບ ແຫ່ໂຄມໄຟໃນຄໍ່າຄືນຂອງມື້ອອກພັນສານັ້ນເອງ. ສໍາລັບກິດຈະກໍານີ້ແມ່ນມີຈຸດສຸມຢູ່ທີ່ ວັດ ອົງຕື້ ມະຫາວິຫາຣ ປີນີ້ກໍໄດ້ຈັດຂຶ້ນໃນວັນທີ 12-13 ຕຸລາ 2019 ທີ່ຜ່ານມານີ້ເອງ. ແລະ ມື້ນີ້ແອັດກໍໄດ້ນໍາພາບບັນຍາກກາດຂອງຄໍ່າຄືນມື້ນັ້ນມາຕ້ອນສາວໆທີ່ບໍ່ໄດ້ໄປຮ່ວມ ຈະຕ້ອງໝາຍຕາໄວ້ວ່າ ປີໜ້າຕ້ອງຫາເວລາໄປຖ່າຍຮູບງາມໆ ມາອວດໝູ່ໃຫ້ໄດ້… ເພາະມັນເປັນພາບທີ່ງົດງາມຫຼາຍ! ເອົາເປັນວ່າເຮົາມາເບິ່ງພ້ອມກັນເລີຍ!!!

 

 

 

ຂອບໃຈຮູບພາບບາງສ່ວນຈາກ: Pakkhem studio – ປາກແຄມ ສະຕູດີໂອ
ແບ່ງປັນ