ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ເປີດງານຕະຫຼາດນັດພົບແຮງງານ (Job Fair 2019) ຄັ້ງທີ 3 ຂຶ້ນເລີ່ມແຕ່ວັນ 16-20 ຕຸລາ 2019 ນີ້ ທັງໝົດ 5 ມື້ ຢູ່ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ).
ຈຸດປະສົງ, ກໍເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະກັນແລ້ວນຳໄປສູ່ການຈ້າງງານ. ທັງນີ້, ກໍເພື່ອຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນ.
ພາຍໃນງານມີບັນດາອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ຫົວໜ່ວຍແຮງງານ, ໂຄງການ, ເຂດເສດຖະກິດພິເສດ, ບໍລິສດຈັດຫາງານ, ສະຖາບັນການສຶກສາ,ສູນເຝິກວິຊາຊີບ ແລະ ມີບັນດາຊາວຄ້າຂາຍເຂົ້າຮ່ວມຕັ້ງບູດ 300 ບູດ, ນອກນີ້, ຍັງມີ ກິດຈະກຳທີ່ຫຼາກຫຼາຍຕະຫຼອດງານເປັນຕົ້ນແມ່ນ: ລົງທະບຽນຮັບສະໝັກງານ, ການໃຫ້ຂໍ້ມູນຂ່າວສານຕະຫຼາດແຮງງານ, ການເຜີຍແຜ່ເວັບໄຊບໍລິການຈັດຫາງານ ສາທາລະນະຊົນ, ກົດໝາຍແຮງງານ
ການສຳມະນາໃນຫົວຂໍ້: ການແນະແນວອາຊີບ ແລະ ສາຍການຮຽນຈາກ ອາຊີວະສຶກສາ ແລະ ກຸ່ມນັກສຶກສາ.
ການເຜີຍແຜ່: ວຽກງານຈຸດບໍລິການຈັດຫາງານ, ເວັບໄຊ ບໍລິການຈັດຫາງານສາທະລະນະຊົນ (PES) ແລະ ປະກັນວ່າງງານ (LMI).
ການແຂ່ງຂັນ ແກະສະຫຼັກ ຜັກ ແລະ ໝາກໄມ້ ຂອງບັນດາໂຮງຮຽນວິຊາຊີບ ແລະ ສະຖາບັນຕ່າງໆ..
ການແຂ່ງຂັນ ແຕ່ງຊົງຜົມເຈົ້າສາວ ຂອງບັນດາໂຮງຮຽນວິຊາຊີບ ແລະ ສະຖາບັນຕ່າງໆ..
ການແຂ່ງຂັນ ການແຕ່ງເລັບຂອງບັນດາໂຮງຮຽນວິຊາຊີບ ແລະ ສະຖາບັນຕ່າງໆ..
ທີ່ຈະມາໃຫ້ຄວາມຮູ້, ຄວາມເຂົ້າໃຈ ແລະ ສ້າງສີສັນໃຫ້ແກ່ທ່ານໄດ້ຮັບຊົມ “ຟຣີ” ຕະຫຼອດງານ.