Breaking News

ຮູ້ຈັກ! ອາລີ້ ທະນູພົນ ຜູ້ຄ້ວາອັນດັບ 1 ໃນເວທີ Mr International Laos 2019 ແລ້ວຈະຫຼົງຮັກຜູ້ຊາຍຄົນນີ້ຫຼາຍຂຶ້ນກວ່າເກົ່າ!!!

ແບ່ງປັນ

ຫຼັງຈາກທີ່ລຸ້ນກັນມາຕະຫຼອດຫຼາຍເດືອນ ສໍາລັບການປະກວດ Mr International Laos 2019 ຈົນຮອດມື້ສິ້ນສຸດການລໍຄອຍ ໃນຄໍ່າຄືນຂອງວັນທີ 13 ຕຸລາ 2019 ທີ່ຜ່ານມາ ຜົນການປະກວດທີ່ຫຼາຍຄົນລຸ້ນໄດ້ອອກມາແລ້ວວ່າ ໜູ່ມ ອາລີ້ ທະນູພົນ ໄຊຖາວອນ ເປັນຜູ້ຄອງຕໍາແໜ່ງ Mr International Laos ປະຈໍາປີ 2019 ເຊິ່ງກໍເຫັນແລ້ວວ່າມີຄວາມເໝາະສົມຫຼາຍ ບໍ່ວ່າຈະເປັນຮູບຮ່າງ, ໜ້າຕາ ແລະ ຄວາມສາມາດທີ່ເອົາຊະນະໃຈກໍາມະການຕະຫຼອດເວລາທີ່ເກັບຕົວ ແລະ ໃນຄໍ່າຄືນຂອງການປະກວດ…

ແລະ ມື້ນີ້ແອັດກໍຢາກຈະນໍາສະເໜີໃຫ້ສາວໆຮູ້ຈັກກັບໜຸ່ມ ອາລີ້ ຫຼາຍຂຶ້ນ ໃນມຸມມອງຂອງຜູ້ໃກ້ຊິດທີ່ສຸດໃນຂະນະເກັບຕົວ ນັ້ນກໍຄື ເທນເນີ່ ນູ່ນູ່ ຜູ້ທີ່ເປັນ ເທນເນີ່ ຊ່ວຍສ້າງຫຸ່ນກໍາຍໍາ ແລະ ເປັນແມ່ທີ່ຄອຍໃຫ້ຄໍາປຶກສາແກ່ໜຸ່ມໆທີ່ເຂົ້າຮ່ວມປະກວດທັງ 20 ຄົນ… ເຊິ່ງເທນເນີ່ ນູ່ນູ່ ໄດ້ເວົ້າເຖິງໜູ່ມອາລີ້ວ່າ ບໍ່ແປກໃຈເລີຍທີ່ ອາລີ້ ໄດ້ຮັບຕໍາແໜ່ງນີ້ ເພາະ ອາລີ້ ມີຄວາມຕັ້ງໃຈຫຼາຍໃນການເຝິກຊ້ອມ, ບໍ່ເຄີຍດື້, ປະຕິບັດຕາມຄໍາສັ່ງສອນທຸກຢ່າງ ແລະ ເຮັດໄດ້ດີ ເຖິງວ່າບຸກຄະລິກຈະເປັນຄົນຄ້ອນຂ້າງມິດໆ ແຕ່ຄວາມຕັ້ງໃຈຂອງ ອາລີ້ ເຮັດໃຫ້ລາວປະສົບຄວາມສໍາເລັດໃນຄັ້ງນີ້ໄດ້ ເຊິ່ງຕັ້ງແຕ່ມື້ທໍາອິດທີ່ລາວເຂົ້າມາອີ່ແມ່ຍັງຄິດເຫັນພາບລາວຢູ່ ຈົນຮອດມື້ທີ່ລາວໄດ້ຮັບຕໍາແໜ່ງເປັນ Mr International Laos 2019 ເຊິ່ງແມ່ກໍພາກພູມໃຈຫຼາຍທີ່ສຸດ…

ນອກຈາກນັ້ນ ແອັດກໍຍັງໄປສືບປະຫວັດມາຮູ້ອີກວ່າ ໜຸ່ມ ອາລີ້ ນັ້ນປະຫວັດການຮຽນກໍບໍ່ທໍາມະດາ ເປັນເຖິງອາດີດນັກສຶກສາ ສາຂາບໍລິຫານທຸລະກິດສາກົນ ທີ່ຈົບມາຈາກ ສສ ຫວຽດນາມ. ສ່ວນກິດຈະກໍາຍາມຫວ່າງ ສ່ວນໃຫຍ່ກຈະຫຼິ້ນກິລາ, ເຂົ້າgym, ເຕະບານ, ແລ່ນ ແລະ ຮ້ອງເພງ… ໂອ໊ຍ ແອັດຢາກໄດ້ໄປໄວ້ຢູ່ເຮືອນຈັກຄົນເດ໊ະແບບນີ້!!! ສາວໆເດບໍ່ຢາກໄດ້ຈັກຄົນແດ່ບໍ? ທັງຫລໍ່, ຮຽນເກັ່ງ, ມີຄວາມສາມາດ, ມັກຫຼິ້ນກິລາ, ມັກຫຼິ້ນດົນຕຣີ ຄົນອີ່ຫຍັງຊິມີຄົບທຸກຢ່າງແບບນີ້…

ແບ່ງປັນ