Breaking News

ຍິນດີນໍາ!!! ຊ່າງຕັດຜົມລາວ ຄວ້າອັນດັບ 1 ປະເພດ ແກະລາຍ ຈາກງານ Dcash professional ທີ່ປະເທດໄທ…

ແບ່ງປັນ

ຍິນດີນໍາ!!! ຊ່າງຕັດຜົມລາວ ຄວ້າອັນດັບ 1 ປະເພດ ແກະລາຍ ຈາກງານ Dcash professional ທີ່ປະເທດໄທ…

ຍັງຈື່ກັນໄດ້ບໍ່ “ຊ່າງດ່ອນ” ຊ່າງຕັດຜົມທີ່ເຄີຍໂດ່ງດັງໃນໂລກໂຊຊ່ຽວ ເມື່ອປີກ່ອນ ກັບການຕັດຜົມທີ່ແຕກຕ່າງ ແລະ ບໍ່ຄືໃຜ ໂດຍການຕັດຜົມໃຫ້ເປັນຮູບຊົງຕ່າງໆ ເຊິ່ງຕອນນັ້ນກໍເປັນທີ່ຮືຮາ ແລະ ໄດ້ຮັບຄວາມສົນໃຈຈາກຊາວເນັດຫຼາຍພໍສົມຄວນ ແລະ ເມື່ອເວລາຜ່ານໄປ ພັດທະນາການຂອງການຕັດຜົມຂອງຊ່າງດ່ອນກໍເພີ່ມຂຶ້ນໄປນໍາ ເພາະຖ້າໃຜຕິດຕາມ Facebook: ຊ່າງດ່ອນ ຕັດຜົມຕາມສັ່ງ ເຊິ່ງເປັນເຟສບຸກສ່ວນຕົວຂອງຊ່າງດ່ອນ ກໍຈະໄດ້ເຫັນຜົນງານຂອງເພິ່ນຢູ່ເປັນປະຈໍາ. ແລະ ຫຼ້າສຸດ ຊ່າງດ່ອນກໍໄດ້ໂພສຮູບພາບຂອບໃຈຜູ້ສະໜັບໜູນງານປະກວດງານໜຶ່ງ ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໂດຍໃນຮູບພາບແມ່ນຊ່າງດ່ອນຖືປ້າຍລາງວັນທີ 1 ກ່ຽວກັບການຕັດຜົມ ແລະ ຜູ້ຄົນກໍເຂົ້າມາຄອມເມັ້ນເປັນຈໍານວນຫຼວງຫຼາຍ… ຕໍ່ມາຈຶ່ງໄດ້ຮູ້ວ່າ ຊ່າງດ່ອນ ໄດ້ເຂົ້າຮ່ວມແຂ່ງຂັນ Dcash Professional ເຊິ່ງເປັນງານປະກວດຕັດຜົມ ແລະ ອອກແບບຊົງຜົມຫຼາຍປະເພດ ຈັດຂຶ້ນຢູ່ທີ່ ກຸງເທບມະຫານະຄອນ (ປະເທດໄທ) ທີ່ 5 ແລະ ຊ່າງດ່ອນ ໄດ້ຄວ້າລາງວັນຈາກການແຂ່ງຂັນຄັ້ງນີ້ໂດຍຕິດ 1 ໃນ 10 ໃນຈໍານວນຜູ້ເຂົ້າຮ່ວມແຂ່ງຂັນ 79 ຄົນ ແລະ ໄດ້ລາງວັນ 2 ລາງວັນຄື: ລາງວັນທີ 1 ປະເພດແກະລາຍ ແລະ ລາງວັນທີ 2 ປະເພດຊົງວິນເທດ. ເຊິ່ງກໍເປັນເລື່ອງທີ່ໜ້າຍິນດີຫຼາຍສໍາລັບຄົນລາວເຮົາ ທີ່ມີຄວາມສາມາດ ບໍ່ວ່າຈະດ້ານໃດໆ ຄົນລາວກໍເກັ່ງບໍ່ດ້ອຍໄປກວ່າຄົນປະເທດອື່ນເລີຍ… ໂດຍສະເພາະຊ່າງດ່ອນທີ່ສາມາດຄວ້າລາງວັນຄັ້ງນີ້ມາໄດ້ ແອັດ ແລະ ແຟນໆຂວັນໃຈທຸກຄົນຂໍສະແດງຄວາມຍິນດີນໍາຫຼາຍໆເດີ້!!!

ຮູບພາບການປະກວດ

ຮູບພາບຜົນງານ

 

ແບ່ງປັນ