Breaking News

ສະແດງຄວາມຍິນດີນໍາ! ເນັດໄອດໍ້ສາຍຮາ ສຸດາ ວັນທອງທິບ ວ່າທີ່ເຈົ້າສາວປ້າຍແດງ… ພ້ອມສ່ອງ! Pre Wedding ສຸດຫວານ…

ແບ່ງປັນ

ສະແດງຄວາມຍິນດີນໍາ! ເນັດໄອດໍ້ສາຍຮາ ສຸດາ ວັນທອງທິບ ວ່າທີ່ເຈົ້າສາວປ້າຍແດງ… ພ້ອມສ່ອງ! Pre Wedding ສຸດຫວານ…

ໄລຍະນີ້ຖືວ່າເປັນລະດູການຂອງການກະກຽມງານແຕ່ງຂອງຄູ່ບ່າວສາວທັງຫຼາຍ ແລະ ເປັນລະດູການທີ່ທໍາຮ້າຍຄົນໂສດຢ່າງຮຸນແຮງ (ໂດຍສະເພາະແອັດມີ້ນ) ທີ່ບໍ່ວ່າຈະເຂົ້າເຟສບຸກຊອກເບິ່ງຫຍັງ ກໍຈະເປັນແຕ່ Promotion ຂອງຮ້ານຖ່າຍຮູບສໍາລັບຄູ່ບ່າວສາວເຕັມເຟສບຸກໄປໝົດ ຊໍ້າບໍ່ໜໍາຍັງເຫັນແຕ່ຄົນໂພສຮູບຄູ່ຖ່າຍ Pre Wedding ແລະ ຮູບກາສຊອງບັດເຊີນພ້ອມແຄັບຊັ່ນເຊີນໃຫ້ທຸກຄົນໄປຮ່ວມງານ… ແລະ ຊໍ້າບໍ່ໜໍາອີກ ຍັງໄດ້ຮັບບັດເຊີນຈາກໝູ່ຄູ່, ອ້າຍເອຶ້ອຍນ້ອງທີ່ກໍາລັງຈະແຕ່ງງານເຊີນໃຫ້ໄປຮ່ວມງານນໍາ ໂອ່ຍຍຍຍ… ຖ້າບໍ່ເອີ້ນວ່າ ລະດູການຂ້າຄົນໂສດຈະເອີ້ນວ່າລະດູການໃດອີກນໍ້??? ແຕ່ຈັ່ງເດີກະຕາມແຕ່ ເອົາເປັນວ່າແອັດຈະພະຍາມຄິດວ່າ ມັນຍັງບໍ່ຮອດທີຂອງເຮົາກະແລ້ວກັນ ແລະ ສະແດງຄວາມຍິນດີກັບຄົນທີ່ກໍາລັງຈະມີຂ່າວດີໃນໄວໆນີ້ນໍາ!!! ລວມທັງເນັດໄອດໍ້ສາວຊື່ດັງ ສາຍຮາ ຄົນນີ້ “ສຸດາ ວັນທອງທິບ” ທີ່ໄດ້ຕັດສິນໃຈສະຫຼະຄວາມໂສດ ກັບແຟນໜຸ່ມ ໂບນັດ (ບ່າວໄທ) ທີ່ຄອງໃຈສາວສຸດາ ຄົບຫາກັນໃນຖານະຄົນຮູ້ໃຈມາດົນເຖິງ 8 ປີ ນັ້ນເອງ… ເຊິ່ງທັງສອງກໍໄດ້ອອກມາປະກາດຕໍ່ໜ້າສື່ມວນຊົນກ່ອນໜ້ານີ້ແລ້ວວ່າ ທັງສອງໄດ້ຜ່ານຮ້ອນຜ່ານໜາວ, ຜ່ານສຸກຜ່ານທຸກ ມານໍາກັນຫຼາຍແລ້ວ ຕອນນີ້ບົດພິສູດຄວາມຮັກໄດ້ຈົບລົງ ຕ່າງຝ່າຍຮູ້ສຶກຍິນດີທີ່ຈະໃຊ້ຊີວິດຄູ່ຮ່ວມກັນ ຈຶ່ງໄດ້ຕັດສິນໃຈຕີລະຄັງເຂົ້າສູ່ປະຕູວິວາ ທີ່ຈະຈັດຂຶ້ນໃນວັນທີ 2 ພະຈິກ 2019 ນີ້. ເມື່ອຮູ້ຂ່າວແລ້ວແຟນຄັບຂອງ ສາວສຸດາ ຕ່າງກໍເຂົ້າມາອວຍພອນ ແລະ ສະແດງຄວາມຍິນດີຢ່າງຫຼວງຫຼາຍ… ລວມທັງແອັດເອງກໍຝາກໂພສນີ້ຂໍສະແດງຄວາມຍິນດີກັບ ສາວສຸດາ ຫຼາຍໆເດີ້!!! (ເຄີຍຮ່ວມງານນໍາ ຮູ້ສຶກຕົກຂຸມຮັກນາງແຮງ) ຂໍໃຫ້ເປັນຄູ່ຮັກ ແລະ ຄົນຮັກທີ່ສົມບູນແບບ, ເປັນຄົນທີ່ມີຄ່າຂອງກັນ ແລະກັນຈົນຊົ່ວຟ້າດິນສະຫຼາຍ.

ແລະ ມື້ນີ້ແອັດກໍໄດ້ນໍາຮູບພາບ Pre Wedding ສຸດຫວານຂອງສາວສຸດາ ມາຂ້າຄົນໂສດທັງຫຼາຍ (ລວມທັງແອັດນໍາ) ມາເບິ່ງນໍາກັນວ່າຈະຫວານຂະໜາດໃດ? ແຕ່ແອັດຂໍບອກໄວ້ກ່ອນວ່າຢ່າລົງໄປດີ້ນກັບພື້ນຕອນຄົນຫຼາຍໆກະພໍ (ເກັບອາການໄປດີ້ນຢູ່ເຮືອນເອົາເດີ້ 555)

Pre Wedding ສຸດຫວານ

 

ວ່າທີ່ເຈົ້າສາວປ້າຍແດງ ງາມແຮງງງງ

ແມ່ຍິງທີ່ງາມກວ່າດອກໄມ້

   

ຂອບໃຈຮູບພາບຈາກ:  Facebook: Souda Vanhthongthip

ແບ່ງປັນ