Breaking News

Lao Samsung Electronics ຮ່ວມມື World Food Programme ສ້າງໂອກາດການຮຽນຮູ້ໃຫ້ກັບນ້ອງໆພິການຫູ ແລະ ປາກ

ແບ່ງປັນ

ແນ່ນອນຢູ່ແລ້ວວ່າ ການສຶກສາ ແລະ ອາຫານທີ່ມີປະໂຫຍດ ເປັນສິ່ງທີ່ສຳຄັນຂອງທຸກໆຄົນໃນສັງຄົມ ແລະ ທຸກຄົນມີສິດທີ່ຈະເຂົ້າເຖິງ ເຊັ່ນດຽວກັນກັບນັກຮຽນ 90 ກວ່າຄົນທີ່ມີບັນຫາເລື່ອງການປາກເວົ້າ ແລະ ການໄດ້ຍິນສຽງທີ່ ໂຮງຮຽນພິເສດນະຄອນຫຼວງວຽງຈັນ.

ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ (Lao Samsung Electronics Sole Co.,Ltd) ຮ່ວມມືກັບ ອົງການອາຫານໂລກ ປະຈຳ ສປປ ລາວ (World Food Programme) ສ້າງກິດຈະກຳອາສາສະໝັກຂອງພະນັກງານຂຶ້ນ (Employee Volunteer Program) ໃນຕອນເຊົ້າຂອງວັນທີ 17 ຕຸລາ 2019 ທີ່ຜ່ານມາ. ມີບັນດາພະນັກງານຈາກ  ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ, ອົງການອາຫານໂລກ ແລະ ພະນັກງານຈາກຕົວແທນຈຳໜ່າຍຂອງຊໍາຊຸງເຊັ່ນ: ຮ້ານ LTH, ຮ້ານ Lao AC Telecom, ຮ້ານ SCE ໄດ້ລົງພື້ນທີ່ເຮັດກິດຈະກຳຮ່ວມກັບນັກຮຽນພິການຫູ ແລະ ປາກ ເຊັ່ນ: ການສອນພາສາມືໂດຍນຳໃຊ້ແອັບພລິເຄຊັັນ ໃນ Samsung Tablet, ຈັດປຶ້ມເຂົ້າຫ້ອງສະໝຸດ ແລະ ການແຂ່ງຂັນປຸງແຕ່ງອາຫານ. 

ຜ່ານມາ, ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ໄດ້ປັບປຸງຫ້ອງເປົ່າຫວ່າງໃຫ້ກາຍເປັນຫ້ອງສະໝຸດໃຫ້ກັບໂຮງຮຽນ. ພ້ອມດຽວກັນນັ້ນ ກໍໄດ້ບໍລິຈາກປື້ມແບບຮຽນຫຼາຍກວ່າ 400 ຫົວ ເພື່ອເພີ່ມໂອກາດການຮຽນຮູ້ໃຫ້ກັບນ້ອງໆ.

ນອກຈາກນັ້ນ, ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຍັງໄດ້ມອບ Samsung Tablet ໃຫ້ໂຮງຮຽນຈຳນວນ 6 ເຄື່ອງ ເພື່ອທີ່ຈະເປັນເຄື່ອງມືໃນການຊ່ວຍການຮຽນການສອນພາສາມືໃຫ້ກັບອາຈານ ແລະ ນັກຮຽນ ໂດຍໃຊ້ Samsung Tablet ແລະ ແອັບ HANDME ເຊິ່ງເປັນແອັບພາສາມືສ້າງໂດຍຄົນລາວ ແລະ ໄດ້ຖືກນຳມາພັດທະນາຕໍ່ໂດຍບໍລິສັດ Bizgital.

ເພື່ອເປັນການສົ່ງເສີມໂພສະນາການທາງດ້ານອາຫານໃຫ້ແກ່ນັກຮຽນ ອົງການອາຫານໂລກ ໄດ້ໃຫ້ການຊ່ວຍເຫຼືອໂຄງການລ້ຽງອາຫານ (School Meal Program) ສາມ ຄາບຕໍ່ມື້ໃຫ້ກັບນັກຮຽນ ເຊິ່ງແຕ່ລະຄາບປະກອບມີ ເຂົ້າ 300 ກຣາມ, ຖົ່ວເຫຼືອງ 120 ກຣາມ, ນໍ້າມັນທັນຍາພືດ 30 ກຣາມ ແລະ ປາກະປ໋ອງ 90 ກຣາມ ເຊິ່ງໂຄງການດັ່ງກ່າວນີ້ແມ່ນໄດ້ຖືກຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2018.

ນອກຈາກນັ້ນ, ຕົວແທນຈຳໜ່າຍຂອງຊໍາຊຸງ ນັ້ນກໍຄືຮ້ານ LTH ໄດ້ມອບກະເປົາເປ້, ກະເປົາພາຍ ແລະ ເສື້ອກິລາ ມອບໃຫ້ກັບນັກຮຽນຂອງໂຮງຮຽນດັ່ງກ່າວເພື່ອໃຊ້ເຂົ້າໃນການຮໍ່າຮຽນ ແລະ ຮ້ານ SCE ຫຼື ກຸ່ມບໍລິສັດໂຊກໄຊໄດ້ ບໍລິຈາກນໍ້າດື່ມໃຫ້ກັບທາງໂຮງຮຽນຈຳນວນ 20 ແກັດເຊັ່ນດຽວກັນ.

ການເຮັດວຽກອາສາສະໝັກໃນຄັ້ງນີ້, ອາສາສະໝັກທຸກຄົນໄດ້ໃຫ້ຮຽນຮູ້ເຊິ່ງກັນ ແລະ ກັນຫຼາຍຢ່າງ ໂດຍສະເພາະ ແມ່ນການໃຊ້ຊີວິດຂອງນັກຮຽນພິການຫູ ແລະ ປາກ ທີ່ມີຂໍ້ຫຍຸ້ງຍາກຫຼາຍດ້ານໃນສັງຄົມເຊັ່ນ: ການສື່ສານກັບສັງ ຄົມພາຍນອກ.

 

ແບ່ງປັນ