ສ່ອງໂປຣຟາຍ!!! ນ້ອງແຮນນ້າ ນັກສະແດງລຸ້ນນ້ອຍ ທີ່ກໍາລັງຈະເປັນຕົວແທນປະເທດລາວ ໄປປະກວດນາງງາມໃນເວທີໂລກ…
ເມື່ອເວົ້າເຖິງນັກສະແດງລຸ້ນນ້ອຍທີ່ຫຼາກຫຼາຍຄວາມສາມາດ ແລະ ກໍາລັງມາແຮງທີ່ສຸດໃນຕອນນີ້ ເຊື່ອວ່າແຟນໆຄົງຈະຄິດພາບ ແລະ ຊື່ຂອງສາວນ້ອຍຄົນນີ້ຢູ່ໃນລີສແນ່ນອນແມ່ນບໍ່? ເພາະຖ້າຖາມແອັດມິ້ນແລ້ວ ແອັດກໍຄິດເຫັນແຕ່ພາບຂອງສາວນ້ອຍຄົນນີ້ຢູ່ສະເໝີ ນັ້ນກໍຄື ນ້ອງ ແຮນນ້າ ສາວນ້ອຍໜ້າຮັກທີ່ໃຜເຫັນກໍຕ້ອງຕົກຂຸມຮັກນາງ. ນ້ອງແຮນນ້າ ຫຼື ແຮນນ້າ ໂຣເຊັ່ນບຣູ້ມ ສາວນ້ອຍອາຍຸ 18 ປີ ທີ່ເລີ່ມເຂົ້າວົງການດ້ວຍການປະກວດຮ້ອງເພງ ແປັບຊີ່ ຊິງກິ່ງຄອນເທັດ, ໂຄງການ ໂຊຟີ ຄອນເທັດ ຈົນມີຜົນງານການສະແດງເລື່ອງທໍາອິດຄື: ຮັກນີ້ສີບົວ Season 1, Dairy Love ຮັກວຸ້ນວາຍຂອງຄຸນໜູເນເນ່ Season 1&2, Sofy girl dairy ແລະ ຫຼ້າສຸດກັບຜົນງານການປະກວດເວທີ Miss Teen Lao 2019 ໄດ້ຮອງອັນດັບ 1 ມາຄອງ… ແລະ ປັດຈຸບັນນີ້ ນ້ອງແຮນນ້າ ກໍກໍາລັງກະກຽມທີ່ຈະໄປປະກວດໃນເວທີ Miss Asia 2019 ຢຸ່ທີ່ປະເທດອິນເດຍ ໃນນາມຕົວແທນຂອງປະເທດລາວເຮົາ. ແຕ່ເບິ່ງຈາກຄວາມສາມາດລະດັບນີ້ແລ້ວ ແອັດມິ້ນເຊື່ອຢ່າງສຸດໃຈວ່າ ນ້ອງແຮນນ້າ ຈະຕ້ອງຄວ້າຈັກລາງວັນຈາກການປະກວດຄັ້ງນີ້ໄດ້ແນ່ນອນ ຂໍເປັນກໍາລັງໃຈໃຫ້ເຕັມທີ່ເດີ້!!!
ແຕ່ມື້ນີ້ບໍ່ໄດ້ມາໂປຣໂມດນາງງາມຢ່າງດຽວເດີ້!!! ແຕ່ຈະພາໜຸ່ມມາໃຈລະລາຍ ກັບໂປຣຟາຍສຸດແສນຈະໜ້າຮັກຂອງສາວນ້ອຍຄົນນີ້… ເອົາເປັນວ່າເຮົາບໍ່ຊັກຊ້າເສຍເວລາ ໄປເບິ່ງກັນເລີຍ!
ຂອບໃຈຮູບພາບຈາກ ເຟສບຸກ: Hannah Rosenbloom