Breaking News

ອັບເດດໃໝ່!!!​ 10 ຊົງຜົມຍາວຫຼາກຫຼາຍ Style  ສໍາລັບສາວໆໃນປີ 2020  

ແບ່ງປັນ

ສໍາລັບສາວໆຄົນໃດທີ່ໄວ້ຜົມຍາວມາຟັງທາງນີ້ກັນເລີຍ!!!!!!!  ໃຜທີ່ເຄີຍພົບບັນຫາຄິດແບບຊົງຜົມບໍ່ອອກກັນແດ່ ມື້ນີ້ເຮົາມີໄອເດຍຊົງຜົມຍາວທີ່ເຮັດໄດ້ໃນປີ 2020 ແບບບໍ່ຕົກເທຣນມາຝາກກັນ!!   ໄປ ເຮົາໄປເບິ່ງຊົງຜົມຍາວຫຼາຍແບບຫຼາຍ Style ໄວ້ເປັນໄອເດຍເພີ່ມຄວາມສວຍງາມໃຫ້ຜົມຂອງເຮົາກັນ

  1. ຜົມຍາວຊື່ແບ່ງເຄິ່ງກາງ ລຽບແຕ່ດູແພງ

ລຸກນີ້ຂໍບອກເລີຍວ່າ  ເບິ່ງຄືທໍາມະດາ ແຕ່ເວລາເຮັດອອກມາແລ້ວຮັບຮອງວ່າບໍ່ທໍາມະດາແນ່ນອນ

  1. ລອນມາມ່າ ແຕ່ງໄດ້ຫຼາຍລຸກ

ເຮົາມາຕໍ່ທີ່ຜົມລອນກັນເລີຍ ຜົມລອນແບບນີ້ຈະຊ່ວຍໃຫ້ສາວໆ ໜ້າເດັກລົງ ສາມາດແຕ່ງໄດ້ກັບຫຼາຍໆລຸກ ບໍ່ວ່າຈະເປັນແນວ ນ່າຮັກ ຫຼືແນວເທ່ໆ ກໍເໝາະສົມຄືກັນ

  1. ຜົມໜ້າມ້າຍອດຮິດຕະຫຼອດການ

ບໍ່ວ່າຈະຜ່ານຈັກປີກໍຕາມ ອີກໜື່ງ Style ຊົງຜົມທີ່ຍັງຮິດຢູ່ຢ່າງຕໍ່ເນື່ອງກໍໜີບໍ່ພົ້ນກັບຊົງຜົມໜ້າມ້າ ແຕ່ຖ້າຊ່ວງນີ້ທີ່ເຮົາເຫັນວ່າກັບມາຮິດກັນອີກຄັ້ງກໍຄົງໜີບໍ່ພົ້ນຊົງຜົມໜ້າມ້າຂອງສາວ ລິຊ່າ Blackpink  ເອີ້ນໄດ້ວ່າເຫັນແລ້ວກໍຍາກຈັບເອົາຮູບໄປໃຫ້ຊ່າງເຮັດຜົມເບິ່ງແລ້ວຕັດຕາມກັນເລີຍ

  1. ຜົມຫາງມ້າສໍາລັບສາວຂີ້ຮ້ອນ

ລອງມາປ່ຽນລຸກມັດຜົມຂຶ້ນກັນເບິ່ງສໍາລັບສາວໆຄົນໃດ ມັກຮ້ອນງ່າຍ ລຸກແບບນີ້ມັກເຫັນທົ່ວໄປ ເໝາະກັບສາວທີ່ມັກຮ້ອນງ່າຍ

  1. ຜົມເປຍຫຼາຍ Style

ເປັນຊົງຜົມອີກແບບທີ່ສາວຜົມຍາວ ມັກຈະໄດ້ປຽບຢູ່ສະເໝີ ບໍ່ວ່າເປັນເປຍດ່ຽວ ເປຍຄູ່ໃຫຍ່ ຫຼືນ້ອຍ ຊົງນີ້ຈະຊ່ວຍເຮັດໃຫ້ໜ້າເບິ່ງເດັກລົງທັນທີ!!!!!

  1. ຜົມລອນStyle ຕິທຕ໌

ເປັນຜົມລອນອີກແບບທີ່ສາມາດປ່ຽນລຸກໃຫ້ສາວໆ ເປັນອີກຄົນໄປໄດ້ເລີຍ ເໝາະກັບສາວໆທີ່ຜົມຍາວ ແລະ ບາງ ແຕ່ສາວໆທີ່ຜົມໜາ ກໍສາມາດເຮັດຕາມກັນໄດ້ຄືກັນເດີ

  1. ຜົມດັງໂງະ ແບບນ່າຮັກໆໆໆໆໆ

ຕໍ່ມາເປັນຜົມອີກໜຶ່ງຊົງຜົມຍອດຮິດຂອງສາວໆຜົມຍາວ ເປັນການເກົ້າຂຶ້ນຮວມກັນ ຂະໜາດປະມານໜຶ່ງ ແລ້ວແຕ່ຄວາມໜາ – ບາງ ຂອງຜົມສາວໆ

  1. ລອນວອລລຸ່ມ

ເປັນອີກໜຶ່ງຊົງຜົມຂອງສາວຜົມຍາວ ທີ່ຢາກຈະແນະນໍາ ເພາະວ່າເຮັດໃຫ້ລຸກສວຍງາມແບບທໍາມະຊາດສຸດໆໄປເລີຍ

  1. ໂຄນຕົງດັດປາຍ ແບບຜູ້ໃຫຍ່

ຊົງຜົມຕໍ່ມາສໍາລັບສາວໆທີ່ບໍ່ຢາກໃຫ້ຜົມຕົງລຽບໄປໝົດທັງຫົວ ຊົງນີ້ເຮັດອອກມາແລ້ວເບິ່ງເປັນລຸກສາວຫວານ ແລະ ຜູ້ໃຫຍ່

  1. ລອນໃຫຍ່ມ້ວນອອກ

ປິດທ້າຍດ້ວຍອີກໜຶ່ງຊົງຜົມ ສໍາລັບສາວໆຜົມຍາວນັ້ນກໍຄື ຜົມລອນໃຫຍ່ມ້ວນອອກ ຊົງນີ້ສາມາດເຮັດໄດ້ດ້ວຍຕົນເອງແບບງ່າຍໆ

ເປັນແນວໃດສໍາລັບຊົງຜົມສາວຜົມຍາວທີ່ເຮົາເອົາມາໃຫ້ສາວໆເບິ່ງ ເຫັນບໍວ່າຜົມຍາວຂອງເຮົານັ້ນສາມາດເພີ່ມຄວາມເກ໋ໄກ໋ ແລະ ຄວາມໝັ້ນໃຈໃຫ້ກັບເຮົາໄດ້ອີກຫຼາຍລຸກຫຼາຍແບບ ສາວໆສາມາດນໍາເອົາໄປເຮັດຕາມກັນໄດ້ເລຍ

 

   

ແບ່ງປັນ