ສໍາລັບສາວໆຄົນໃດທີ່ໄວ້ຜົມຍາວມາຟັງທາງນີ້ກັນເລີຍ!!!!!!! ໃຜທີ່ເຄີຍພົບບັນຫາຄິດແບບຊົງຜົມບໍ່ອອກກັນແດ່ ມື້ນີ້ເຮົາມີໄອເດຍຊົງຜົມຍາວທີ່ເຮັດໄດ້ໃນປີ 2020 ແບບບໍ່ຕົກເທຣນມາຝາກກັນ!! ໄປ ເຮົາໄປເບິ່ງຊົງຜົມຍາວຫຼາຍແບບຫຼາຍ Style ໄວ້ເປັນໄອເດຍເພີ່ມຄວາມສວຍງາມໃຫ້ຜົມຂອງເຮົາກັນ
- ຜົມຍາວຊື່ແບ່ງເຄິ່ງກາງ ລຽບແຕ່ດູແພງ
ລຸກນີ້ຂໍບອກເລີຍວ່າ ເບິ່ງຄືທໍາມະດາ ແຕ່ເວລາເຮັດອອກມາແລ້ວຮັບຮອງວ່າບໍ່ທໍາມະດາແນ່ນອນ
- ລອນມາມ່າ ແຕ່ງໄດ້ຫຼາຍລຸກ
ເຮົາມາຕໍ່ທີ່ຜົມລອນກັນເລີຍ ຜົມລອນແບບນີ້ຈະຊ່ວຍໃຫ້ສາວໆ ໜ້າເດັກລົງ ສາມາດແຕ່ງໄດ້ກັບຫຼາຍໆລຸກ ບໍ່ວ່າຈະເປັນແນວ ນ່າຮັກ ຫຼືແນວເທ່ໆ ກໍເໝາະສົມຄືກັນ
- ຜົມໜ້າມ້າຍອດຮິດຕະຫຼອດການ
ບໍ່ວ່າຈະຜ່ານຈັກປີກໍຕາມ ອີກໜື່ງ Style ຊົງຜົມທີ່ຍັງຮິດຢູ່ຢ່າງຕໍ່ເນື່ອງກໍໜີບໍ່ພົ້ນກັບຊົງຜົມໜ້າມ້າ ແຕ່ຖ້າຊ່ວງນີ້ທີ່ເຮົາເຫັນວ່າກັບມາຮິດກັນອີກຄັ້ງກໍຄົງໜີບໍ່ພົ້ນຊົງຜົມໜ້າມ້າຂອງສາວ ລິຊ່າ Blackpink ເອີ້ນໄດ້ວ່າເຫັນແລ້ວກໍຍາກຈັບເອົາຮູບໄປໃຫ້ຊ່າງເຮັດຜົມເບິ່ງແລ້ວຕັດຕາມກັນເລີຍ
- ຜົມຫາງມ້າສໍາລັບສາວຂີ້ຮ້ອນ
ລອງມາປ່ຽນລຸກມັດຜົມຂຶ້ນກັນເບິ່ງສໍາລັບສາວໆຄົນໃດ ມັກຮ້ອນງ່າຍ ລຸກແບບນີ້ມັກເຫັນທົ່ວໄປ ເໝາະກັບສາວທີ່ມັກຮ້ອນງ່າຍ
- ຜົມເປຍຫຼາຍ Style
ເປັນຊົງຜົມອີກແບບທີ່ສາວຜົມຍາວ ມັກຈະໄດ້ປຽບຢູ່ສະເໝີ ບໍ່ວ່າເປັນເປຍດ່ຽວ ເປຍຄູ່ໃຫຍ່ ຫຼືນ້ອຍ ຊົງນີ້ຈະຊ່ວຍເຮັດໃຫ້ໜ້າເບິ່ງເດັກລົງທັນທີ!!!!!
- ຜົມລອນStyle ຕິທຕ໌
ເປັນຜົມລອນອີກແບບທີ່ສາມາດປ່ຽນລຸກໃຫ້ສາວໆ ເປັນອີກຄົນໄປໄດ້ເລີຍ ເໝາະກັບສາວໆທີ່ຜົມຍາວ ແລະ ບາງ ແຕ່ສາວໆທີ່ຜົມໜາ ກໍສາມາດເຮັດຕາມກັນໄດ້ຄືກັນເດີ
- ຜົມດັງໂງະ ແບບນ່າຮັກໆໆໆໆໆ
ຕໍ່ມາເປັນຜົມອີກໜຶ່ງຊົງຜົມຍອດຮິດຂອງສາວໆຜົມຍາວ ເປັນການເກົ້າຂຶ້ນຮວມກັນ ຂະໜາດປະມານໜຶ່ງ ແລ້ວແຕ່ຄວາມໜາ – ບາງ ຂອງຜົມສາວໆ
- ລອນວອລລຸ່ມ
ເປັນອີກໜຶ່ງຊົງຜົມຂອງສາວຜົມຍາວ ທີ່ຢາກຈະແນະນໍາ ເພາະວ່າເຮັດໃຫ້ລຸກສວຍງາມແບບທໍາມະຊາດສຸດໆໄປເລີຍ
- ໂຄນຕົງດັດປາຍ ແບບຜູ້ໃຫຍ່
ຊົງຜົມຕໍ່ມາສໍາລັບສາວໆທີ່ບໍ່ຢາກໃຫ້ຜົມຕົງລຽບໄປໝົດທັງຫົວ ຊົງນີ້ເຮັດອອກມາແລ້ວເບິ່ງເປັນລຸກສາວຫວານ ແລະ ຜູ້ໃຫຍ່
- ລອນໃຫຍ່ມ້ວນອອກ
ປິດທ້າຍດ້ວຍອີກໜຶ່ງຊົງຜົມ ສໍາລັບສາວໆຜົມຍາວນັ້ນກໍຄື ຜົມລອນໃຫຍ່ມ້ວນອອກ ຊົງນີ້ສາມາດເຮັດໄດ້ດ້ວຍຕົນເອງແບບງ່າຍໆ
ເປັນແນວໃດສໍາລັບຊົງຜົມສາວຜົມຍາວທີ່ເຮົາເອົາມາໃຫ້ສາວໆເບິ່ງ ເຫັນບໍວ່າຜົມຍາວຂອງເຮົານັ້ນສາມາດເພີ່ມຄວາມເກ໋ໄກ໋ ແລະ ຄວາມໝັ້ນໃຈໃຫ້ກັບເຮົາໄດ້ອີກຫຼາຍລຸກຫຼາຍແບບ ສາວໆສາມາດນໍາເອົາໄປເຮັດຕາມກັນໄດ້ເລຍ