Breaking News

ປະຊາຊົນອຸ່ນໃຈໄດ້!! ທ່ານ ສີຈິ້ນຜິງ ຢືນຢັນໃຫ້ຄວາມສໍາຄັນຊີວິດປະຊາຊົນເປັນອັບດັບໜຶ່ງ… ພ້ອມທຸ່ມງົບ 1 ພັນຕື້ກວ່າກີບ ຕ້ານໄວຮັສໂຄໂຣນາ…

ແບ່ງປັນ

ໃນສະພາບທີ່ປະເທດພວມປະເຊີນກັບບັນຫາ ຫຼືວິກິດການທີ່ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ມັນສົ່ງຜົນກະທົບຕໍ່ສະພາບຈິດໃຈຢ່າງໜັກໜ່ວງ ໂດຍສະເພາະປະຊາຊົນຊາວຈີນ ທີ່ກໍາລັງພົບກັບການລະບາດຂອງພະຍາດຮ້າຍ ໄວຣັສໂຄໂຣນາ ຢູ່ຕອນນີ້ ແຕ່ການໄດ້ຮັບຄວາມໃສ່ໃຈ, ຄວາມເປັນຫ່ວງເປັນໃຍຂອງຜູ້ທີ່ຂຶ້ນຊື່ວ່າເປັນຜູ້ນໍາຂອງປະເທດ ນັ້ນເປັນກໍາລັງໃຈອັນສໍາຄັນທີ່ເຮັດໃຫ້ເຂົາເຈົ້າມີຄວາມຫວັງໃຊ້ຊີວິດຕໍ່ໄດ້.

ສໍານັກຂ່າວຊິນຫົວລາຍງານເມື່ອວັນທີ 25 ມັງກອນ 2020 ວ່າ: ຄະນະກໍາມະການກົມການເມືອງປະຈໍາຄະນະກໍາມະການກາງພັກຄອມມູນິດຈີນ (CPC) ຈັດການປະຊຸມດ້ານການປ້ອງ ແລະ ການຄວບຄຸມການແຜ່ລະບາດຂອງໂລກປອດອັກເສບຈາກເຊື້ອໄວຣັສ ໂຄໂຣນາສາຍພັນໃໝ່ ທ່ານ ສີຈິ້ນຜິງ ປະທານາທິບໍດີແຫ່ງ ສປ.ຈີນ ເປັນປະທານໃນກອງປະຊຸມດັ່ງກ່າວ ຕັດສິນໃຈຈັດຕັ້ງຄະນະເຮັດວຽກພິເສດປະຈໍາຄະນະກໍາມະການກາງພັກ ເພື່ອກໍາກັບດູແລການປະຕິບັດງານປ້ອງກັນ ແລະ ຄວບຄຸມເຊື້ອພະຍາດໄວຣັສ ໂຄໂຣນາ ສາຍພັນໃໝ່.

ນອກຈາກນັ້ນ ກອງປະຊຸມຍັງດໍາເນີນການສຶກສາ ແລະ ການກຽມການໃນປະເດັນຕ່າງໆໂດຍສະເພາະທີ່ກ່ຽວຂ້ອງກັບການຮັກສາຜູ້ປ່ວຍ ແລະ ຈະສົ່ງຄະນະເຮັດວຽກພິເສດໄປຍັງມົນທົນຫູເປີ່ຍທາງພາກກາງຂອງປະເທດເພື່ອຊີ້ແນວທາງການປະຕິບັດງານໃນພື້ນທີ່ ພ້ອມອອກຄໍາສັ່ງໃນການປ້ອງກັນ ແລະ ການຄວບຄຸມເຊື້ອໄວຣັສ ເປັນພັນທະກິດອັນດັບໜຶ່ງຂອງຄະນະກໍາມະການພັກ ແລະ ລັດຖະບານທຸກລະດັບ.

ທ່ານ ສີຈິ້ນຜິງ ຍັງຍໍ້າວ່າ ຊີວິດຄືສິ່ງສໍາຄັນທີ່ສຸດ ຄວາມຮັບຜິດຊອບຂອງເຮົາຄືການປ້ອງກັນ ແລະ ການຄວບຄຸມເຊື້ອໄວຣັສ ພ້ອມນີ ທ່ານຍັງໄດ້ເນັ້ນຍໍ້າຄວາມສໍາຄັນ ແລະ ຄວາມເລັ່ງດ່ວນຂອງການປະຕິບັດງານ ໂດຍເຈົ້າໜ້າທີ່ພັກ ແລະ ລັດຖະບານ ຕ້ອງປະຕິບັດວຽກ ແລະ ຢູ່ແນວໜ້າສະເໝີ ເພື່ອຮັກສາຄວາມໝັ້ນຄົງຂອງສັງຄົມ ແລະ ເຮັດໃຫ້ປະຊາຊົນໄດ້ສະເຫຼີມສະຫຼອງປີໃໝ່ຈີນຢ່າງສຸກສະຫງົບ.

ການປະຊຸມ ລະບຸວ່າ ທ່ານ ສີຈິ້ນຜິງ ຈັບຕາເບິ່ງການລະບາດຢ່າງໃກ້ຊິດ ພ້ອມເອີ້ນປະຊຸມຫຼາຍຄັ້ງ ຮັບຟັງການລາຍງານ ແລະ ອອກຄໍາສັ່ງຕ່າງໆ ພ້ອມຮຽກຮ້ອງຄະນະກໍາມະການ ພັກ, ລັດຖະບານທຸກລະດັບ ແລະ ໜ່ວຍງານທີ່ກ່ຽວຂ້ອງຍຶດຖືຊີວິດ ແລະ ສຸຂະພາບຂອງປະຊາຊົນເປັນອັນດັບທໍາອິດ.

ຂະນະດຽວກັນເຈົ້າໜ້າທີ່ລັດໃນຫູເປີ່ຍ ຕ້ອງໃຫ້ຄວາມສໍາຄັນກັບການປ້ອງກັນ ແລະ ການຄວບຄຸມເຊື້ອໄວຣັສ ລວມເຖິງດໍາເນີນມາດຕະການເຂັ້ມງວດເພື່ອຢັບຢັ້ງການແຜ່ລະບາດ ແລະ ນໍາຜູ້ປ່ວຍທຸກຄົນມາກັກກັນຕົວເພື່ອຮັບການຮັກສາ ທີ່ສູນກາງດຽວກັນ ການປະຊຸມຍັງຮຽກຮ້ອງຄວາມພະຍາຍາມຢ່າງສຸດກໍາລັງເພື່ອຮັກສາຜູ້ປ່ວຍຕິດເຊື້ອໄວຣັສ, ເລັ່ງການເພີ່ມພູນບຸກຄະລາກອນທາງການແພດ ແລະ ການປະສານງານຊັບພະຍາກອນທາງການແພດລະຫວ່າງພົນລະເຮືອນ ແລະ ກອງທັບ.

ນອກຈາກນີ້ຍັງມີລາຍງານວ່າ ກະຊວງການຄັງຂອງຈີນໄດ້ຈັດສັນເງິນຈໍານວນ 1 ຕື້ຫຍວນ (ປະມານ1,270ຕື້ກວ່າກີບ) ເພື່ອສະໜັບສະໜູນການຕໍສູ້ໄວຣັສດັ່ງກ່າວໃນມົນທົນຫູເປີ່ຍ ນັບເປັນການດໍາເນີນການຄັ້ງສໍາຄັນຂອງຈີນ ເພື່ອຄວບຄຸມການແຜ່ລະບາດຂອງໂລກປອດອັກເສບ…

ທີ່ມາ: Soupsip Update

ແບ່ງປັນ