Breaking News

ຖ້າຍັງບໍ່ຮູ້ ກໍຄວນຮູ້ເອົາໄວ້ຊ໊ະ!!! ບັນຫາ ຫຼືອຸປະສັກເປັນສິ່ງທີ່ທຸກຄົນຕ້ອງພົບ ເຖິງວ່າເຈົ້າຈະເກັ່ງປານໃດກໍຕາມ…

ແບ່ງປັນ

ທາງພຸດທະສາສະໜາ ໄດ້ເວົ້າເລື່ອງບັນຫາ ແລະ ວິທີແກ້ໄຂບັນຫາໄວ້ວ່າ  ຄົນເຮົາຈໍາເປັນຕ້ອງໃຊ້ສະຕິເມື່ອເວລາພົບບັນຫາ ເພາະບໍ່ມີໃຜໜີບັນຫາ ແລະ ຄວາມທຸກທີ່ເຂົ້າມາໄດ້ ມີວິທີດຽວທີ່ເຮົາຈະເຮັດໄດ້ ກໍຄືໃຊ້ສະຕິ ເພື່ອພິຈາລະນາບັນຫາທີ່ເຂົ້າມາ ແລະ ຫາທາງແກ້ໄຂຢ່າງມີເຫດຜົນ ຖ້າແກ້ໄຂໄດ້ ກໍຄ່ອຍໆໃຊ້ສະຕິປັນຍາແກ້ໄຂໄປ

ໃນກໍລະນີທີ່ຍັງແກ້ໄຂບໍ່ໄດ້ ກໍບໍ່ຈໍາເປັນຕ້ອງທົນທຸກ ຫຼືຈົມຢູ່ກັບບັນຫາເຫຼົ່ານັ້ນຕະຫຼອດເວລາ  ແຕ່ໃຫ້ຢຸດຄິດໄວ້ກ່ອນ ເຊິ່ງການຢຸດຄິດບໍ່ໄດ້ໝາຍຄວາມວ່າໃຫ້ເຊົາຄິດ ແຕ່ເປັນການຢຸດຄິດເພື່ອໃຊ້ສະຕິ ໃຫ້ເບິ່ງເຫັນບັນຫານັ້ນ ແລະ ຄົ້ນຄິດດ້ວຍປັນຍາ

ບັນຫາທຸກຢ່າງບໍ່ວ່າຈະນ້ອຍ ຫຼືໃຫຍ່ ຍ່ອມມີທາງແກ້ໄຂໄດ້ ຖ້າຮູ້ຈັກຄິດໃຫ້ດີ ປະຕິບັດໃຫ້ຖືກ ການຄິດໄດ້ດີນັ້ນບໍ່ແມ່ນການຄິດແບບໃຊ້ເລ່ຫຼ່ຽມ ເພາະໂລກເຮົາໃນປັດຈຸບັນຈະພັດທະນາໄປຫຼາຍພຽງໃດກໍຕາມ  ແຕ່ຍັງບໍ່ມີເຄື່ອງມືຊະນິດໃດທີ່ຈະວິເສດ ຈົນສາມາດຄິດແກ້ໄຂບັນຫາຕ່າງໆໄດ້ຢ່າງສົມບູນເທື່ອ ສະນັ້ນ ການຄົ້ນຄິດແກ້ໄຂບັນຫາຈື່ງຕ້ອງໃຊ້ສະຕິປັນຍາ ຄືຄິດດ້ວຍສະຕິ  ເພື່ອຢຸດຢັ້ງຄວາມຜິດພາດ ແລະ ອັກຄະຕິຕ່າງໆ ບໍ່ໃຫ້ເກີດຂຶ້ນ ຊ່ວຍເຮັດໃຫ້ປັນຍາແກ້ໄຂບັນຫາຕ່າງໆໄດ້ ເຮັດໃຫ້ເຫັນຜົນທີ່ກ່ຽວຂ້ອງກັນຢ່າງຕໍ່ເນື່ອງ

“ສະຕິ” ສໍາຄັນຫຼາຍເມື່ອເວລາທີ່ເຮົາພົບບັນຫາ ເມື່ອໃດກໍຕາມທີ່ເຮົາມີສະຕິພິຈາລະນາ ບັນຫາຕ່າງໆ ໄດ້ຢ່າງມີເຫດຜົນ ເຂົ້າໃຈບັນຫາທີ່ສໍາຄັນ ເຮົາຈະຜ່ານບັນຫາເຫຼົ່ານັ້ນໄປໄດ້ແນ່ນອນ

ສໍາຫຼັບບາງຄົນຖືວ່າການຕັ້ງສະຕິເປັນເລື່ອງທີ່ຍາກ  ແຕ່ເຮົາຕ້ອງເຝິກເປັນປະຈໍາ ຢ່າງສະໝໍ່າສະເໝີ  ໂດຍການເຝິກຈິດໃຈບໍ່ແຕກຕື່ນກັບສະຖານະການຕ່າງໆ ຖ້າບໍ່ເລີ່ມເຝິກຈິດ ແລະ ບໍ່ເລີ່ມຄວບຄຸມສະຕິຕັ້ງແຕ່ຕອນນີ້ ເວລາທີ່ພົບບັນຫາ ຫຼືອຸປະສັກທີ່ບໍ່ຄາດຝັນ ກໍບໍ່ມີທາງທີ່ເຮົາຈະຕັ້ງສະຕິໄດ້

 

ໃນຊີວິດຈິງຄົນເຮົາມີວິທີຮັບມືກັບບັນຫາທີ່ແຕກຕ່າງກັນໄປ ຄົນທີ່ເຝິກຈິດເທົ່ານັ້ນຈື່ງຈະຮັບມືກັບບັນຫາດ້ວຍສະຕິໄດ້ ໃນຂະນະທີ່ຄົນທົ່ວໄປນອກຈາກຈະແກ້ໄຂບັນຫາຍາກແລ້ວ  ບາງຄົນສະຕິແຕກ (ບໍ່ສາມາດຄວບຄຸມສິຕິໄດ້) ເມື່ອພົບບັນຫາ  ຢ່າລືມວ່າບັນຫາຕ່າງໆ ທີ່ເຂົ້າມາຕາມໄລຍະເວລາໃນຊີວິດເຮົາ ເມື່ອຮອດຈຸດໜື່ງມັນຈະມີທາງອອກທີ່ດີທີ່ສຸດສະເໝີ ເຖິງວ່າຈະແກ້ໄຂບັນຫາເຫຼົ່ານັ້ນບໍ່ໄດ້ກໍຕາມ ສິ່ງທີ່ເຮົາຕ້ອງເຮັດກໍຄືມີສະຕິເພື່ອຍອມຮັບ ແລະ ຜ່ານບັນຫານັ້ນໄປໃຫ້

ຂອບໃຈຂໍ້ມູນ : LINE TODAY

 

ແບ່ງປັນ