Breaking News

ວຽກງານດີ ຄວາມຮັກຫວານ!!! ຄໍາເພົ້າ ສັ່ງໄດ້ Designer ຜູ້ນໍາແຟຊັ່ນຂອງລາວ ຄວງພັນລະຍາ ເດີນພົມແດງຮັບລາງວັນ ທີ່ປະເທດໄທ…

ແບ່ງປັນ

ຖ້າເວົ້າເຖິງວົງການບັນເທີງລາວ ແລະ ວົງການນັກອອກແບບແລ້ວ ເຊື່ອວ່າຄົງຈະບໍ່ມີໃຜບໍ່ຮູ້ຈັກກັບ Designer ຄົນນີ້ ອ້າຍ ຄໍາເພົ້າ ບົວພັນ ຫຼືທີ່ຫຼາຍຄົນຮູ້ຈັກກັນໃນນາມ ຄໍາເພົ້າ ສັ່ງໄດ້ ເພາະຖືວ່າເປັນ Designer ທີ່ມີຄວາມສາມາດພິເສດໃນການອອກແບບຊຸດ ແລະ ຕັດຊຸດໃຫ້ອອກມາໄດ້ແບບບໍ່ຊໍ້າໃຜ (ແຕ່ບໍ່ໄດ້ຈົບອອກແບບມາເລີຍ) ຖ້າໃຜທີ່ເຄີຍຮູ້ຈັກອ້າຍຄໍາເພົ້າ ຫຼືເຄີຍໄດ້ຍິນເລື່ອງລາວຂອງເພິ່ນ ຈະຮູ້ດີວ່າຊີວິດຂອງອ້າຍເພິ່ນກ່ອນທີ່ຈະກ້າວມາເປັນ Designer ຊື່ດັງລະດັບປະເທດ ທີ່ທຸກຄົນຮູ້ຈັກກັນໃນທຸກມື້ນີ້ບໍ່ແມ່ນເລື່ອງງ່າຍເລີຍ… ໃນຊ່ວງທ້າຍປີທີ່ຜ່ານມາ ອ້າຍເພິ່ນກໍໄດ້ເດີນທາງໄປຮັບລາງວັນ ຜູ້ຜ່ານຜ່າອຸປະສັກ ຢູ່ທີ່ປະເທດໄທມາແລ້ວ… ແລະເມື່ອວັນອາທິດທີ 26 ມັງກອນຜ່ານມາ ອ້າຍ ຄໍາເພົ້າ ກໍໄດ້ເດີນທາງໄປຮັບລາງວັນ Thailand Digital Award 2020 ໃນສາຂາ ນັກອອກແບບເສື້ອຜ້າດີເດັນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital ຢູ່ທີ່ປະເທດໄທອີກ (ມີຄົນດັງຈາກປະເທດລາວໄດ້ຮັບລາງວັນທັງໝົດ 9 ຄົນ) ແລະ ງານນີ້ນອກຈາກຈະໄປຮັບລາງວັນມາໃຫ້ຄົນລາວໄດ້ດີໃຈນໍາແລ້ວ ອ້າຍເພິ່ນຍັງຄວງພັນລະຍາສຸດທີ່ຮັກໄປຮັບລາງວັນນໍາ ເພື່ອເປັນສະແດງໃຫ້ເຫັນວ່າ ບໍ່ແມ່ນແຕ່ດ້ານວຽກງານທີ່ປະສົບຜົນສໍາເລັດ ແຕ່ດ້ານຄວາມຮັກ ກໍຫວານບໍ່ແພ້ກັນ… ແນວໃດກໍຕ້ອງຂໍສະແດງຄວາມຍິນດີນໍາອ້າຍຄໍາເພົ້າຫຼາຍໆເດີ້!!

ແບ່ງປັນ