Breaking News

ສາວຍຸກນີ້ຕ້ອງ Check!! Trend ເຄື່ອງສໍາອາງ ແລະ ຄຣີມບໍາລຸງຜິວ ທີ່ໜ້າສົນໃຈໃນປີ 2020…

ແບ່ງປັນ

ສາວໆທີ່ມັກເລື່ອງ ຄວາມງາມ ທັງຫຼາຍຖ້າບໍ່ຢາກຕົກ Trend   ຄວນຮູ້ໄວ້  ມື້ນີ້ຂວັນໃຈຈະນໍາເອົາ  Trend ເຄື່ອງສໍາອາງ ແລະ Skin care ເຄຶ່ອງເຊຣໍ່າບໍາລົງຜິວ ທີ່ກຳລັງມາແຮງໃນປີ 2020 ມາຝາກສາວໆກັນ ຈະເປັນແນວໃດນັ້ນ ເຮົາໄປເບິ່ງນໍາກັນເລີຍ!!!

Color Trend 2020 

ໃນປີ 2020 ນີ້ ໂທນສີແຕ່ງໜ້າທີ່ມາແຮງທີ່ສຸດກໍຄື ໂທນສີສົ້ມ, ສີນູດ ແລະກິດເຕີທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ເຮົາຈະເຫັນຕາມເຄື່ອງສໍາອາງແບຣນເຄື່ອງສໍາອາງລຸ້ນໃຫມ່ທີ່ມີກິດເຕີສໍາຫຼັບໜ້າ ຮີມຝີປາກ ແລະ ດວງຕາ

Organic Product 

ສໍາຫຼັບຜະລິດຕະພັນ Organic ເຕີບໃຫຍ່ຈາກຕົວເລກປະມານ 8. 20 ພັນລ້ານໂດລາສະຫະລັດ ໃນປີ 2556 ລວມມູນຄ່າປະມານ 15. 98 ພັນລ້ານໂດລາສະຫະລັດ ໃນປີ 2563 ເຊິ່ງສະແດງໃຫ້ເຫັນເຖິງອັດຕາການຂະຫຍາຍຕົວ ລະຫວ່າງປີຕໍ່ປີ 9% – 10% ທົ່ວເອີຣົບ, ອາເມລິກາເໜືອ ແລະ ເອເຊຍປາຊີຟິກ ໂດຍສະເພາະແມ່ນຜະລິດຕະພັນທີ່ມີສັບພະຄຸນ Anti – aging ຊ່ວຍຕ້ານອະນຸມູນອິດສະຫຼະ ແລະ ມີສານສະກັດຈາກສະໝູນໄພ

Mini Packaging

ຜະລິດຕະພັນເຄື່ອງສໍາອາງທີ່ມີ Packaging ຂະໜາດນ້ອຍເປັນທີ່ນິຍົມຫຼາຍຂຶ້ນ ຂະໜາດພໍດີ ແລະ ສາມາດພົກພາໄດ້ງ່າຍ ເຮັດໃຫ້ສາວໆສາມາດພົກພາເຄື່ອງສໍາອາງຕິດຕົວໄປໄດ້ທຸກທີ່ທຸກເວລາ ເຊິ່ງປັດຈຸບັນກໍມີເຄື່ອງສໍາອາງຫລາຍຊະນິດທີ່ຜະລິດເປັນຂະໜາດນ້ອຍອອກມາບໍ່ວ່າຈະເປັນ ລິບສະຕິກ, ມາສຄາຣາ… ທີ່ມາແຮງຢ່າງຕໍ່ເນື່ອງ

 

Cica Care

Cica Care ຫຼື CentellaAsiatica ເປັນສ່ວນປະສົມຂອງຝລັ່ງ K-Beauty ທີ່ມີແນວໂນ້ມເຕີບໃຫຍ່ຢ່າງຕໍ່ເນື່ອງມີສ່ວນຊ່ວຍເສີມສ້າງ ແລະ ກະຕຸ້ນການສ້າງຄອລລາເຈນ ມີສານຕໍ່ຕ້ານອະນຸນອິດສະຫຼະທີ່ຫຼຸດການເຊື່ອມຖອຍຂອງເຊລຕ່າງໆ ໃນຮ່າງກາຍຂອງເຮົາ ແບຣນຄວາມງາມໃນອາຊີ ຈື່ງເບິ່ງເຫັນຄວາມສໍາຄັນ ແລະ ສັບພະຄຸນຂອງ Cica ແລະ ນໍາມາເປັນສ່ວນປະສົມທີ່ສໍາຄັນໃນ Skin Care ເພື່ອຄວາມຊ່ວຍບໍາລຸງຜິວທີ່ອັກເສບເປັນຮອຍແດງ ຫຼືຮອຍແຜເປັນຕ່າງໆ ທີ່ເກີດຈາກສິວໃຫ້ຫຼຸດລົງ

Glass Skin 

ຄໍາວ່າ ” ຜິວງາມ” ໃນປັດຈຸບັນລໍ່ເປັນຈໍາຕ້ອງຜິວຂາວແຕ່ຕ້ອງເປັນຜິວໜັງສຸຂະພາບດີມີຄວາມລຽບນຽນ ສີຜິວບໍ່ມີຮ່ອງຮອຍ ຫຼືຈຸດດ່າງດໍາ ແລະ ຕ້ອງມີຄວາມຊຸ່ມຊື່ນທີ່ພໍດີ ໂດຍໃນປີນີ້ຜິວແບບ “Glass Skin” ໄດ້ຮັບຄວາມນິຍົມຈາກສາວໆທົ່ວໂລກເປັນຢ່າງຫຼາຍ ແລະ ຍັງເປັນ New Beauty Trend ໃນປີ 2019-2020 ອີກດ້ວຍ ເຊິ່ງເປັນລັກສະນະຜິວທີ່ມີສຸຂະພາບດີຈົນສາມາດເປັ່ງປະກາຍເງົາຄືມີນໍ້າໃຕ້ຜິວ

ຂອບໃຈຂໍ້ມູນຈາກ : Comets the sage of Beauty

ແບ່ງປັນ