Breaking News

ເຊີນທ່ຽວຊົມ!!! ງານວາງສະແດງສິນຄ້າ Japan Product Exhibition 2020 ພ້ອມທັງ ພົບປະໂອ້ລົມກ່ຽວກັບທຸລະກິດຂອງທ່ານ…

ແບ່ງປັນ

Japan Product Exhibition 2020 Showcase for Quality of Life from Japan!

ຂໍເຊີນຊວນທຸກຄົນມາຮ່ວມສຳພັດກັບຄຸນນະພາບຊີວິດຈາກຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020 ທີ່ຈະຈັດຂຶ້ນໃນວັນທີ 6 – 8 ກຸມພາ 2020  ທີ່ ສູນການຄ້າວຽງຈັນເຊັນເຕີຊັ້ນ 1  ຈັດງານໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ Japan External Trade Organization (JETRO) ເລີ່ມແຕ່ເວລາ 13:00 ~ 18:00 ນາທີ , ສະເພາະວັນທີ 8 ກຸມພາ ເວລາ 13:00 ~ 18:30 ນາທີ.

ພາຍໃນງານຈະມີຫລາກຫຼາຍສິນຄ້າຈາກບໍລິສັດຂະໜາດນ້ອຍ ແລະ ກາງ ຈາກປະເທດຍີ່ປຸ່ນ ທີ່ຈະມາວາງສະແດງສິນຄ້າ ເຊັ່ນ: ເຄື່ອງບໍລິໂພກ, ເຄື່ອງອຸປະໂພກ, ເຄື່ອງສໍາອາງ, ອາຫານສຸຂະພາບ ແລະ ຢາເປັນຕົ້ນ…

ນອກຈາກນີ້ຍັງໄດ້ມີການຈັດງານໂອ້ລົມພົບປະທຸລະກິດລະຫວ່າງບໍລິສັດລາວກັບ ບໍລິສັດຍີ່ປຸ່ນ ທີ່ຈະມາວາງສະແດງສິນຄ້າໃນງານ ແລະ ທ່ານໃດທີ່ມີຄວາມສົນໃຈເຂົ້າຮ່ວມພົບປະໂອ້ລົມທຸລະກິດ ສາມາດປະກອບແບບຟອມຕາມລາຍລະອຽດດ້ານລຸ່ມນີ້:

 

 

ຢ່າລືມ! ຢ່າພາດ! ເຊີນຊວນກັນມາທ່ຽວຊົມງານເດີ້

ແບ່ງປັນ