ໃນປັດຈຸບັນ ເຊື່ອວ່າ ມີຄົນຈໍານວນບໍ່ໜ້ອຍທີ່ກຳລັງ ພົບພໍ້ກັບບັນຫາການເບື່ອ ຫຼືບໍ່ມີຄວາມສຸກຢູ່ທີ່ບ່ອນເຮັດວຽກ ຫຼາຍໆຄົນທີ່ຕົກຢູ່ໃນສະພາວະນີ້ຈົນຕ້ອງລາອອກຈາກບ່ອນເຮັດວຽກ ແຕ່ສໍາລັບບາງຄົນ ຖ້າເຈົ້າມີແຜນທີ່ຈະລາອອກ ຫຼືມີວຽກບ່ອນໃຫມ່ລໍຖ້າຢູ່ກໍແລ້ວໄປ ແຕ່ຖ້າເຈົ້າຕ້ອງການລາອອກມາແລ້ວຕ້ອງເລີ່ມຊອກວຽກໃຫມ່ ເສັ້ນທາງຂອງເຈົ້າຍັງບໍ່ເຫັນແສງສະຫວ່າງບ່ອນໃດເລີຍ ຖ້າເປັນແບບນີ້ຢາກແນະນໍາໃຫ້ເຮັດວຽກບ່ອນເກົ່າຕໍ່ໄປ ເພາະວ່າຢ່າງໜ້ອຍເຈົ້າຈະມີບັນຫາດຽວຄືເລື່ອງວຽກ ແຕ່ເຈົ້າຈະບໍ່ມີບັນຫາເລື່ອງເງິນ ມື້ໃດທີ່ເຈົ້າລາອອກມາບັນຫາເລື່ອງເງິນອາດຈະເກີດຂຶ້ນແນ່ນອນ ມື້ນີ້ຂວັນໃຈມີວິທີແກ້ໄຂບັນຫາການເບື່ອ ແລະ ບໍ່ມີຄວາມສຸກໃນການເຮັດວຽກມາແນະນໍາ!!!
- ຮັກວຽກທີ່ເຮັດ
- ໃຫ້ເຫັນຄຸນຄ່າຂອງວຽກທີ່ເຮັດ
ວຽກນີ້ບໍ່ແມ່ນຫວາທີ່ເຈົ້າຕ້ອງຍາດຊີງມາຈາກຜູ້ສະມັກຄົນອື່ນ ມັນເປັນວຽກທີ່ເຈົ້າຕ້ອງການເຮັດຫຼາຍ ເມື່ອຮຽນຈົບມາເຈົ້າກໍມຸ່ງມາຫາວຽກນີ້ ເມື່ອເຈົ້າໄດ້ເຮັດແລ້ວເປັນຫຍັງຈື່ງເບືີ່ອວຽກນັ້ນ ເປັນຫຍັງຈື່ງຢາກລາອອກ ເປັນຫຍັງເຈົ້າຄືບໍ່ຮັກວຽກນີ້ຕໍ່ໄປ ຕັ້ງໃຈເຮັດວຽກໃຫ້ດີທີ່ສຸດ ບໍ່ແນ່ມັນອາດຈະສົ່ງຜົນດີໆກັບມາກໍໄດ້ - ເບິ່ງຄົນທີ່ດ້ອຍກວ່າ ຕໍາແຫນ່ງໃນປັດຈຸບັນຂອງເຈົ້າເປັນແນວໃດ ຕໍາແໜ່ງດີບໍ ມີຄົນທີ່ໄດ້ຕໍາແຫນ່ງນ້ອຍກວ່າເຈົ້າຫຼາຍຄົນບໍ ເງິນເດືອນຂອງພວກເຂົາໜ້ອຍກວ່າເຈົ້າບໍ ເຈົ້າເຮັດວຽກສະບາຍກວ່າຄົນອື່ນບໍ ຖ້າຄໍາຕອບຄື ເຈົ້າກຳລັງຢູ່ເໜືອກວ່າຄົນອື່ນອີກຫຼາຍຄົນ ແລ້ວເປັນຫຍັງເຈົ້າຕ້ອງເບື່ອ ເປັນຫຍັງເຈົ້າຄືບໍ່ມີຄວາມສຸກ ທັ້ງທີ່ຄົນເຫຼົ່ານັ້ນຍັງທົນໄດ້ ແລ້ວເປັນຫຍັງເຈົ້າຈະຮັກ ແລະ ພູມໃຈວຽກຂອງຕົນເອງບໍ່ໄດ້ ຢ່າລືມເດີວ່າຖ້າເຈົ້າອອກມາຄົນອື່ນກໍລໍຖ້າແທນທີ່ຕໍາແຫນ່ງວຽກງານຂອງເຈົ້າຢູ່
- ຫາສາເຫດໃຫ້ໄດ້ວ່າເຈົ້າເບື່ອວຽກຍ້ອນຫຍັງ
– ຫົວໜ້າໃຫ້ວຽກຫຼາຍເກີນໄປ: ວິທີແກ້ບັນຫາ ລອງເຂົ້າໄປລົມກັບຫົວໜ້າໂດຍກົງວ່າວຽກທີ່ໃຫ້ມານີ້ຫຼາຍເກີນໄປ ສໍາລັບຄົນໆດຽວທີ່ຈະເຮັດໄດ້ ທາງທີ່ດີຫາຜູ້ຊ່ວຍມາເພີ່ມດີບໍ ເວົ້າກັບຫົວໜ້າດີໆເພື່ອຫາທາງອອກ ເຊື່ອວ່າຫົວໜ້າຈະຮັບຟັງຄວາມຄິດຂອງເຮົາບໍ່ຫລາຍກໍໜ້ອຍ
– ໝູ່ຮ່ວມງານບໍ່ຮັກ: ຖ້າເປັນແບບນີ້ລອງກັບມາເບິ່ງຕົນເອງກ່ອນເລີຍວ່າເປັນຍ້ອນຫຍັງ ໝູ່ຮ່ວມງານຈື່ງບໍ່ຮັກເຈົ້າ ເຈົ້າເຫັນແກ່ຕົວໄປບໍ ເວົ້າກົງເກີນໄປບໍ ມັກຟ້ອງຫົວໜ້າຫຼາຍເກີນໄປບໍ ເຮັດວຽກດີເດັ່ນເກີນໜ້າເກີນຕາໄປບໍ ຫາຄໍາຕອບພວກນີ້ໃຫ້ໄດ້ ແລ້ວກັບໄປຮັກສາຄວາມສໍາພັນທີ່ດີກັບໝູ່ໃຫ້ໄດ້ ປັບປຸງຕົວເອງໃຫ້ດີທີ່ສຸດ
– ເຮັດວຽກໄດ້ເງິນໜ້ອຍ: ແນວໃດກໍລອງຫາວິທີໄປລົມກັບຫົວໜ້າວ່າເຈົ້າເຮັດວຽກມາດົນແລ້ວ ຄ່າໃຊ້ຈ່າຍບໍ່ພຽງພໍ ຫົວໜ້າເພີ່ມເງິນໃຫ້ອີກໄດ້ບໍ ແຕ່ເຈົ້າກໍຕ້ອງເບິ່ງອ້ອມຂ້າງວ່າ ເປັນຫຍັງຄົນທີ່ມີຕໍາແຫນ່ງດຽວກັນກັບເຈົ້າຈື່ງຢູ່ໄດ້ ເຈົ້າໃຊ້ເງິນຫຼາຍເກີນໄປບໍ ຫຼືຟຸມເຟືອຍເກີນໄປ ລອງເອົາໄປພິຈາລະນາຕົນເອງເບິ່ງກ່ອນ
5. ຈັດຫ້ອງ ຈັດໂຕະເຮັດວຽກ ໃຫ້ເປັນລະບຽບ
ບາງເທື່ອໂຕະເຮັດວຽກເຮົາອາດຈະຮົກ ມີທັງເອກະສານ ແລະ ອຸປະກອນເຕັມໄປທົ່ວ ໂຕະເຮັດວຽກ – ຄອມພິວເຕີມມີແຕ່ຂີ້ຝຸ່ນ ຖ້າໂຕະເຮັດວຽກມີສະພາບແບບນີ້ ຮີບຈັດການປັບປຸງໃໝ່ໂດຍດ່ວນ ອະນາໄມໃຫ້ດີ ຊອກເອົາດອກໄມ້ ຫຼືຕົ້ນໄມ້ນ້ອຍໆມາວາງໄວ້ເພື່ອຈະເຮັດໃຫ້ເຮົາສົດຊື່ນຂຶ້ນ ຊອກເອົາຕຸກກະຕາມາວາງໄວ້ ບາງເທື່ອເວລາເມື່ອຍຈາກວຽກແລ້ວແນມເຫັນຕຸກກະຕາອາດຈະເຮັດໃຫ້ເຮົາອາລົມດີຂຶ້ນກໍໄດ້
6. ເຮັດຕົວເອງໃຫ້ມີຄວາມສຸກ
ເມື່ອຫາທາງແກ້ໄຂວຽກແລ້ວ ເຮົາກໍຄວນກັບຄືນມາປັບປຸງຕົວເອງໜ້ອຍໜຶ່ງ ບໍ່ວ່າຈະເປັນເລື່ອງການແຕ່ງຕົວ ການນຸ່ງຖື ປັບລຸກໃຫ້ດີຂຶ້ນ ເຊື່ອເລີຍວ່າ ເຈົ້າຈະເປັນຄົນໃໝ່ທີ່ດີເລີຍ
7. ຢຸດເອົາຄໍາເວົ້າຂອງຄົນອື່ນມາໃສ່ໃຈ
ແນ່ນອນວ່າໃນເວລາເຮັດວຽກຕ້ອງມີແນ່ນອນ ເລື່ອງການຈົ່ມຂວັນ ເວົ້ານັ້ນ ເວົ້າໃຫ້ກັນ ບາງເທື່ອການເວົ້ານັ້ນອາດຈະເຮັດໃຫ້ເຈົ້າບໍ່ພໍໃຈ ໝັ່ນບອກຕົວເອງວ່າ “ປ່ອຍວາງ” ຈະເຮັດໃຫ້ຄວາມຄິດເຫຼົ່ານັ້ນຫາຍໄປເລີຍ ເວລານີ້ສະໜອງຂອງເຈົ້າກໍຈະຮັບເອົາແຕ່ເລື່ອງດີໆ ບໍ່ຈໍາເປັນຕ້ອງຄຽດຕໍ່ໄປ