Breaking News

ງາມບໍ່ເຄີຍປ່ຽນ!! ສ່ອງ ຄຣິສ ຕີນ່າ Miss Laos 2012 ໃນຊຸດຣາຕຣີສີຂາວ… ງົດງາມ ລະມຸນ ປຽບດັ່ງເຈົ້າຍິງ!!

ແບ່ງປັນ

ເປັນນາງງາມລາວອີກຄົນໜຶ່ງທີ່ ຄົງຄວາມງາມ ແລະ ຄວາມໜ້າຮັກແບບສະເໝີຕົ້ນສະເໝີປາຍ ສໍາລັບສາວ ຄຣິສ ຕີນ່າ ລາດສະສິມມາ  Miss Laos 2012 ທີ່ບໍ່ວ່າເວລາຈະຜ່ານໄປດົນປານໃດ ແຕ່ນາງຍັງຄົງຄວາມເປັນນາງງາມ ແລະ ເພີ່ມຄວາມສາມາດຂຶ້ນນັບມື້… ເຊິ່ງທຸກເທື່ອທີ່ມີໂອກາດໄດ້ໄປສ່ອງ Facebook ຂອງນາງ ແອັດມິ້ນກໍຍັງຕົກຂຸມຮັກນາງບໍ່ເຄີຍປ່ຽນ ຄົນອີ່ຫຍັງເບິ່ງຈັ່ງໃດກະບໍ່ເບື່ອບໍ່ໜ່າຍຈັກເທື່ອ ແລະ ອີກພາບໜຶ່ງທີ່ເຮັດໃຫ້ຫຼົງຮັກນາງຂຶ້ນໄປອີກ ກັບເທື່ອຫຼ້າສຸດທີ່ໄດ້ໄປສ່ອງນາງ ກໍຄືພາບການຖ່າຍແບບໃນຊຸດຣາຕຣີສິຂາວ ທີ່ເບິ່ງແລ້ວເຮັດໃຫ້ຮູ້ສຶກວ່າ ກໍາລັງເບິ່ງເຈົ້າຍິງໃນນິຍາຍແນວໃດແນວນັ້ນເລີຍ… ເມື່ອເຫັນແລ້ວກໍບໍ່ຢາກຈະເກັບໄວ້ເບິ່ງຄົນດຽວ ຈຶ່ງນໍາເອົາມາຕ້ອນແຟນໆຂວັນໃຈໃຫ້ໄດ້ເບິ່ງນໍາ ແລະ ຊ່ວຍບອກແອັດມິ້ນແດ່ວ່າ ມີໃຜທີ່ເປັນແຟນຄຣັບຂອງສາວ ຄຣິສ ຕີ່ນ່າ ຢູ່ແລ້ວ ແລະ ໃຜທີ່ຫາກໍເຫັນແຕ່ຕ້ອງຕົກຂຸມຮັກນາງມາໃຫ້ກັນຮູ້ແດ່ເດີ້!!

ຂອບໃຈຮູບພາບຈາກ: Christina Lasasimma

ແບ່ງປັນ