Breaking News

ຍິນດີນໍາ!!! ຕົວແທນຈາກແຂວງໄຊສົມບູນ ເຈົ້າຂອງເມນູ”ຕົ້ມໄກ່ລາດດູກດຳ  ໃສ່ສະໝູນໄພເຜົ່າມົ້ງ” ຊະນະເລີດ ໃນງານເທສະການອາຫານລາວ ປະຈໍາປີ 2020

ແບ່ງປັນ

ສິ້ນສຸດການລໍຄອຍ ສໍາລັບອີກໜື່ງກິດຈະກຳທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ລຸ້ນໄປຕາມໆກັນຕັ້ງແຕ່ມື້ເລີ່ມງານຈົນຮອດມື້ສຸດທ້າຍຂອງງານນັ້ນກໍຄື “ການປຸງແຕ່ງອາຫານ” ຂອງແຕ່ລະແຂວງທົ່ວປະເທດລາວ ໄດ້ສົ່ງອາຫານອັນເປັນເອກະລັກ ແລະ ເດັດທີ່ສຸດຂອງແຂວງຕົນເອງເຂົ້າແຂ່ງຂັນ ໃນເທສະການອາຫານລາວ ປະຈໍາປີ 2020 ທີ່ທາງສະມາຄົມນັກທຸລະກິດຍິງລາວ ແລະ ກະຊວງອຸດສາຫະກໍາ ຮ່ວມກັນຈັດຂຶ້ນມາເພື່ອເປັນການສົ່ງເສີມໃຫ້ຄົນລາວ ຫັນມາໃຫ້ຄວາມສໍາຄັນກັບຜະລິດຕະພັນລາວ, ສິນຄ້າຂອງຄົນລາວຫຼາຍຂຶ້ນ ໂດຍງານເທສະການອາຫານລາວ ປະຈໍາປີ 2020 ແມ່ນໄດ້ຈັດຂຶ້ນຢູ່ທີ່ ເດີ່ນສວນເຈົ້າອານຸວົງ ຕັ້ງແຕ່ມື້ນີ້ ວັນທີ 28 ມັງກອນ 2020   ຈົນມາຮອດ ວັນທີ 31 ມັງກອນ 2020 ແລະ ເມນູອາຫານຂອງຕົວແທນແຕ່ລະພາກ  ແຕ່ລະແຂວງມີແຕ່ເດັດໆທັ້ງນັ້ນ  ໃນທີ່ສຸດເຮົາກໍໄດ້ຜູ້ຊະນະເລີດໃນການແຂ່ງຂັນຄັ້ງນີ້ ນັ້ນກໍຄື ອາຫານພາກກາງ ທີ່ໄດ້ຕົວແທນຈາກແຂວງ ໄຊສົມບູນ ເຈົ້າຂອງເມນູ ເຈົ້າຂອງເມນູ “ຕົ້ມໄກ່ລາດດູກດຳ ໃສ່ສະໝູນໄພເຜົ່າມົ້ງ” ເປັນສູດພິເສດສໍາລັບແມ່ລູກອ່ອນ ເວົ້າເລີຍວ່າເປັນເມນູທີ່ບໍ່ທໍາມະດາອີຫຼີ !!!

 

 

ແບ່ງປັນ