Breaking News

ຂ່າວດີ!! ລາວ ກວດຜູ່ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ. ຜົນອອກມາປອດເຊື້ອ!! ທຸກໜ່ວຍງານສຸມໃສຕິດຕາມສະພາບການຢ່າງໃກ້ຊິດ…

ແບ່ງປັນ

ລາຍງານຈາກ Lao National Radio ໃຫ້ຮູ້ວ່າ ປະຈຸບັນ ສປປ ລາວ ມີຄວາມພ້ອມໃນການປ້ອງກັນການລະບາດຂອງເຊື້ອພະຍາດອັກເສບປອດຢ່າງເຕັມທີ່. ດຣ ພອນປະດິດ ສັງໄຊຍະລາດ ຫົວຫນ້າສູນວິເຄາະ ແລະ ລະບາດວີທະຍາ ກະຊວງສາທາລະນະສຸກ ຢັ້ງຢືນວ່າ: ປະຈຸບັນ ສປປ ລາວເຮົາ ແມ່ນມີອຸປະກອນການແພດພຽງພໍໃນຂັ້ນພື້ນຖານ ແລະ ໄດ້ມາດຕະຖານສາກົນຕາມທີ່ອົງການອະນາໄມໂລກກຳນົດອອກເພື່ອກວດຫາເຊື້ອພະຍາດອັກເສບປອດ ເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄໂຣນາໄວຣັດ ທີ່ກຳລັງແຜ່ລະບາດໃນປະຈຸບັນ ຢູ່ສປ ຈີນ ແລະ ຫລາຍປະເທດໃນໂລກ. ພ້ອມກັນນີ້ ທ່ານຍັງໄດ້ກ່າວຮັບປະກັນວ່າ ທຸກຂັ້ນຕອນໃນການກວດຫາເຊື້ອພະຍາດດັ່ງກ່າວ ແມ່ນປະຕິບັດຕາມຫລັກການ ການແພດສາກົນທີ່ວາງອອກຢ່າງເຂັ້ມງວດ ແລະ ບໍ່ມີການປົກປິດຂໍ້ມູນຄວາມຈິງແຕ່ຢ່າງໃດທັງສິ້ນ.

ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດຫາເຊື້ອພະຍາດອັກເສບປອດເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດຢ່ຫ້ອງປະຊຸມສູນວິເຄາະ ແລະ ລະບາດວີທະຍາ, ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 3 ກຸມພາ 2020 ດຣ ພອນປະດິດ ສັງໄຊຍະລາດ ຫົວຫນ້າສູນວິເຄາະ ແລະ ລະບາດວີທະຍາ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງການຂອງກະຊວງສາທາລະນະສຸກກ່ຽວກັບການປ້ອງກັນພະຍາດອັກເສບປອດເຊິ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດ, ສູນວິເຄາະ ແລະ ລະບາດວີທະຍາ ກໍ່ໄດ້ກະກຽມອຸປະກອນການແພດ ແລະ ບຸກຄະລາກອນແພດໝໍ ເພື່ອກຽມຄວາມພ້ອມດ້ານຕ່າງໆ

ໃນການວິໃຈຫາເຊື້ອພະຍາດນີ້ຢ່າງເຂັ້ມງວດ ໂດຍປະຕິບັດຕາມມາດຕະຖານດຽວກັນກັບບັນດາປະເທດໃກ້ຄຽງ, ພ້ອມທັງໄດ້ຢັ້ງຢືນວ່າ ທຸກໆຜົນການວິໃຈກ່ຽວກັບພະຍາດນີ້ ແມ່ນໄດ້ຕາມມາດຕະຖານສາກົນ. ດຣ ພອນປະດິດ ສັງໄຊຍະລາດ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ສູນວິເຄາະ ແລະ ລະບາດວີທະຍາ, ກະຊວງສາທາລະນະສຸກ ກຳລັງເລັ່ງກວດກາຫາເຊື້ອພະຍາດອັກເສບປອດເຊິ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ຫລື ໂຄໂຣນາໄວຣັດ ຈາກທັງໝົດ 11 ກໍລະນີສົງໃສທີ່ເດີນທາງມາຈາກເຂດທີ່ມີຄວາມສ່ຽງ ແລະ ມາຮອດຕອນນີ້ ໄດ້ຮັບການຢັ້ງຢືນຕົວຈິງແລ້ວວ່າ ທັງໝົດນີ້ບໍ່ເປັນພະຍາດດັ່ງກ່າວ.

ສຳລັບວຽກງານທີ່ຈຳເປັນອີກວຽກງານໜຶ່ງທີ່ສູນວິເຄາະ ແລະ ລະບາດວີທະຍາ ກຳລັງຈັດຕັ້ງປະຕິບັດໃນປະຈຸບັນ ແມ່ນການປະສານສົມທົບກັບບັນດາໂຮງໝໍແຂວງພາກເຫນືອ ໂດຍສະເພາະ ໂຮງໝໍແຂວງຫລວງພະບາງ ແລະ ແຂວງ ຫລວງນ້ຳທາ ໃນການຂະຫຍາຍຈຸດຕິດຕັ້ງອຸປະກອນກວດຫາເຊື້ອພະຍາດອັກເສບປອດສາຍພັນໃຫມ່ ເພື່ອປ້ອງກັນບໍ່ໃຫ້ພະຍາດນີ້ເຂົ້າມາລະບາດໃນປະເທດລາວເຮົາໄດ້ຢ່າງເດັດຂາດ.

ຂໍ້ມູນຈາກ: ໂທລະໂຄ່ງ THOLAKHONG

ແບ່ງປັນ