Breaking News

ເປັນຄວາມຄິດທີ່ດີຫຼາຍ!! ໝໍແນ່ງ ຈັນດາລີ ໂພສໃຫ້ຄວາມຮູ້ກ່ຽວກັບ ໄວຣັສ ໂຄໂຣນ່າ ພ້ອມທັງຢາກໃຫ້ທຸກຄົນເຂົ້າໃຈ ບໍ່ມີໃຜຢາກໃຫ້ເກີດຂຶ້ນ ຄືກັບປະເທດລາວ ທີ່ເຄີຍປະສົບກັບອຸທົກກະໄພ…

ແບ່ງປັນ

ຈັນດາລີ ສິດພະໄຊ ຫຼືທີ່ຫຼາຍໆຄົນຮູ້ຈັກກັນ “ໝໍແນ່ງ”  ນາງເອກຈາກຮູບເງົາເລື່ອງ “ດອກຈໍາປາບານ” ເຊິ່ງໝໍແນ່ງກໍເປັນອີກບຸກຄົນໜື່ງຂອງວົງການບັນເທິງລາວທີ່ງາມທັງໜ້າຕາ ແລະ ຈິດໃຈ ທີ່ຜ່ານມາໜໍແນ່ງກໍໄດ້ຊ່ວຍເຫຼືອສັງຄົມເຮົາຫຼາຍໆຢ່າງ ແລະ ຕອນນີ້ ພະຍາດລະບາດ ໄວຣັສ ໂຄໂຣນາ ກໍກໍາລັງລະບາດຢ່າງຕໍ່ເນື່ອງ ເຊິ່ງລ່າສຸດໝໍແນ່ງກໍອອກມາສະແດງຄວາມຄິດເຫັນສະແດງເຖິງຄວາມເປັນຫ່ວງເປັນໄຍຜູ້ທີ່ຕິດເຊື້ອພະຍາດ ແລະ ໃຫ້ຂໍ້ຄິດຜູ້ທີ່ຍັງບໍ່ຕິດເຊື້ອ ໂດຍໄດ້ໂພສຂໍ້ຄວາມຜ່ານ Facebook ສ່ວນຕົວ Chandaly Ningnang Sitpraxay ວ່າ:

ປະເທດຈີນ+ຄົນຈີນ + virus corona ??❤️ ??
ຄວນຖືກຊ່ວຍເຫລືອ ຖືກປິ່ນປົວຮັກສາ ຖືກສົງສານ ບໍ່ແມ່ນຖືກລັງກຽດ #ທຸກຄົນຕ້ອງປ້ອງກັນແຕ່ບໍ່ແມ່ນໃຊ້ທ່າທາງເກີນເຫດ
ບໍ່ຄວນຖືກຂີ້ດຽດແລະຕໍ່ຕ້ານເກີນໄປແລະບໍ່ຄວນຖິ້ມເຂົາເຈົ້າໃນຍາມວິກິດ (ຖ້າສັງເກດ ດີດີ ເຂົາເຈົ້າສູ້ຄົນດຽວອີ່ຫລີ ?)

ສ ປ ຈີນ ຕອນຍາມເຮົາມີສົງຄາມ+ໄພພິບັດ, (ພໍ້ເຂົາເຈົ້າຫລາຍຄົນທີ່ອັດຕະປື ເຂົາເຈົ້າບໍ່ເຄີຍຖິ້ມເຮົາ ) ໂຮງຫມໍຫລັງໃຫມ່ ,ເສັ້ນທາງລົດໄຟ +++ ,ເຂື່ອນຄູພັງ , ທຶນນັກສຶກສາຈັກ ຮ້ອຍ ພັນ ທຶນ ໃຫ້ເງິນເດືອນພ້ອມ,ເຂົາເຈົ້າກໍ່ມາຊ່ວຍ
ຂໍໃຫ້ກຳລັງໃຈເພື່ອນມິດອາຈານທີ່ກຳລັງປະສົບວິກິດໂລກ ຂໍໃຫ້ຜ່ານພົ້ນໄວໄວ

ເຂົ້າໃຈວ່າເຮົາເຮັດຫຍັງບໍ່ໄດ້ ເຮົາຍັງດ້ອຍພັດທະນາ ຍັງພວມຊ່ວຍຕົວເອງໃຫ້ພົ້ນຈາກຄວາມດ້ອຍພັດທະນາ ແຕ່ກໍ່ຄວນໃຫ້ກຳລັງໃຈກັນ
ສ ປ ຈີນ ເຂົາເຈົ້າຍື່ນມາຊ່ວຍເຮົາກ່ອນໂດຍບໍ່ຄິດຫາຜົນຕອບແທນຕະຫລອດມາ

ປ້ອງກັນຕົວເອງ ເປັນສະຕິທີ່ຄວນມີ ຍິ້ມໃສ່ ໂບກມືຍ່າງຜ່ານ ລ້າງມື ກິນອາຫານຮ້ອນ ບໍ່ໄປຈຸດັງກໍ່ໄດ້ລະຕີ້ເບາະ ແຕ່ບໍ່ຄວນຂີ້ດຽດເກີນໄປປານນັ້ນ ຖ້າເຂົາເຈົ້າເຮັດແບບນັ້ນກັບຄົນລາວເດ , ຖ້ານັກສຶກສາເຮົາທີ່ຢູ່ຈີນຖືກເຮັດແບບນັ້ນເດ ,

ນອກຈາກຂາຍ mask ແພງຂື້ນ 10 ເທື່ອ ? ( ຫລຸດໃຫ້ແນ່)
ເສດຖະກິດຫລາຍປະເທດຟື້ນຟູໄດ້ ບຸກຄະລາກອນທີ່ມີຄຸນນະພາບຫລາຍທ່ານຫລາຍຄົນຈົບຈາກ ສ ປ ຈີນ
#ບຸນຄຸນຄວາມດີຕ້ອງຈົດຈຳ #ເຖິງຈະບໍ່ຊົດໃຊ້ກໍ່ຕ້ອງຈາລຶກ ບໍ່ຄວນປະຕິເສດທຸກຢ່າງ ອັນດີອັນບໍ່ດີໃຜກໍ່ມີ

ມັນເປັນວິກິດແຫ່ງຊາດທີ່ຕ້ອງລະວັງປ້ອງກັນ #ແຕ່ທ່າທີສະແດງອອກແລະສົ່ງຄວາມຫ່ວງໄຍໃຫ້ກັນງ່າຍງ່າຍກໍ່ຄວນມີ

ຄວາມຫ່ວງໄຍ+ກຳລັງໃຈສຳຄັນ ໃນຍາມວິກິດ #ແພດຫມໍກໍ່ຕ້ອງການກຳລັງໃຈເຊັ່ນກັນ ?
#爱中国的老挝人

#ສູ້ນຳກັນເນາະເຮົາ
#ກິນຮ້ອນ
#ບ່ວງກາງ
#ລ້າງມື
#ໃສ່mask
#ໄຂ້ຕ້ອງໄປຫາຫມໍ / 166
#ງົດການໄປສະຖານທີ່ແອອັດຊຸມຊົນ

#ໃຫ້ກຳລັງໃຈບຸກຄະລາກອນການແພດແລະກູ້ໄພທັງຫມົດທົ່ວໂລກທີ່ຍັງຍິ້ມແລະເຮັດຫນ້າທີ່ແບບຫ້າວຫັນເພື່ອປະຊາຊົນ #ເກີດເປັນຄົນອາຊີບນີ້ອຸທິດຕົນຄືນິຍາມ

ໂພສສ່ວນຕົວຕາມແນວທາງຂອງຄວາມເຫັນໃຈ ຂໍໂທດທີ່ບໍ່ຖືກໃຈບາງຄົນ?????? ຢາກດ່າຈີນ ຫລື ຄວາມຄິດແຕກຕ່າງໃຫ້ໄປຕັ້ງໂພສຫນ້າເຟສຕົນເອງ ເພາະໂພສນີ້ຢາກໃຫ້ກຳລັງໃຈ

ຈາກໃຈບຸກຄະລາກອນການແພດຄົນຫນຶ່ງ.. ທີ່ບໍ່ເຄີຍສັ່ນຄອນ ຕື່ນຕົວ ແຕ່ບໍ່ຕື່ນຕູມ ແລະ ເຊື່ອວ່າ ການປ້ອງກັນຕົວເອງແລະຕ້ອງມີທາງອອກໃນໄວໄວນີ້ ເຊື່ອຫມັ້ນໃນຄວາມຮັກປ້ອງກັນຕົວເອງ ແລະການນຳພາ??
ຍຶດຫມັ້ນໃນສັນຍາປະຕິຍານຕົນຕອນຮຽນແພດ

#ທະຫານຕາຍໃນສົງຄາມ
#ແພດພະຍາບານຕາຍໃນລະບາດ
#ຕາຍໃນຫນ້າທີ່ມີກຽດແລ້ວ
ພວກເຮົາພ້ອມສູ້ສະເຫມີ

ຮູບພາບຈາກ: Chandaly Ningnang Sitpraxay

ແບ່ງປັນ