Breaking News

ມາຮູ້ຈັກກັບ!! ຟຸກ ເສກສັນ ນາຍແບບຄົນເກັ່ງ ເຈົ້າຂອງຫຼຽນຄໍາກິລາຟຸດຊໍ ອຸດົມໄຊເກມ 2014 ກັບຕໍາແໜ່ງຮອງປະທານ ສະຫະພັນ ຟຸດຊໍ ທີ່ອາຍຸນ້ອຍທີ່ສຸດ…

ແບ່ງປັນ

ເວົ້າເລື່ອງຄວາມສາມາດຂອງຄົນລາວເຮົາໃນຍຸກນີ້ ຫຼາຍຄົນກໍຄົງຈະຮູ້ກັນຢູ່ແລ້ວວ່າ ຄົນເຮົານັ້ນມີຄວາມສາມາດໃນຫຼາຍໆດ້ານ ທຽບເທົ່າກັບສາກົນພຸ້ນແຫຼະ ເພາະວ່າໃນຫຼາຍວົງການການແຂ່ງຂັນທີ່ຖືກຈັດຂຶ້ນທັງໃນລະດັບພາກພື້ນ ແລະ ສາກົນທີ່ຜ່ານມາ ຄົນລາວເຮົາກໍໄດ້ເຂົ້າຮ່ວມແຂ່ງຂັນຈົນນັບບໍ່ຖ້ວນ ເຊິ່ງບາງລາຍການກໍສາມາດຍາດໄຊຊະນະມາເປັນໃບໜ້າໃບຕາໃຫ້ກັບປະເທດຊາດ ແຕ່ບາງລາຍການທີ່ບໍ່ໄດ້ຮັບໄຊຊະນະມາ ກໍຖືວ່າເປັນການເປີດປະສົບການໃຫ້ກັບໄວໜຸ່ມລາວເຮົາ… ຄືດັ່ງໜຸ່ມເຈົ້າຊູ້ທີ່ຂວັນໃຈຈະມານໍາສະເໜີໃຫ້ແຟນໆໄດ້ຮູ້ຈັກໃນມື້ນີ້!! ທີ່ຖືວ່າເປັນອີກບຸກຄົນໜຶ່ງທີ່ມີຄວາມສາມາດໃນຫຼາຍໆດ້ານ ບວກກັບໜ້າຕາ ແລະ ຮູບຮ່າງອັນເຈົ້າຊູ້ຂອງເພິ່ນແລ້ວ ຮັບຮອງວ່າຖ້າໃຜໄດ້ຮູ້ຈັກກໍຈະຕ້ອງຕົກຂຸມຮັກຢ່າງແນ່ນອນ…

ໜຸ່ມ ຟຸກ ເສກສັນ ໄຊສະນັ່ນ ໜຸ່ມນ້ອຍຈາກເມືອງ ຫົງສາ ແຂວງ ໄຊຍະບູລີ ທີ່ເປັນທີ່ຮຸ້ຈັກໃນວົງການກິລາຄື ເປັນກິລາຟຸດຊໍຫລຽນຄຳ ອຸດົມໄຊເກມ ປີ 2014  ແລະ ຫຼ້າສຸດໄດ້ຖືກແຕ່ງຕັ້ງເປັນ ຮອງປະທານສະຫະພັນຟຸດຊໍ ນະຄອນຫຼວງວຽງຈັນ ພ້ອມວາງແຜນໃຫ້ຟຸດຊໍລາວ ກັບມາມີສີສັນອີກຄັ້ງໜຶ່ງໃນໄວໆນີ້..

ໜຸ່ມຟຸກ ເລີ່ມຕົ້ນຫຼິ້ນກິລາຕັ້ງແຕ່ຕອນຮຽນປະຖົມ ປໍ 5 – ມໍ 1 ໂດຍເລີ່ມຕົ້ນຫລິ້ນກິລາ ເທັກຄວັນໂດ້ ແລະ ໄດ້ປ່ຽນມາຫລິ້ນກິລາບານເຕະຕອນຮຽນ ມໍ 3 ເລີ່ມຈາກເປັນນັກເຕະ ກອງໜ້າ, ປີກກາງ, ຫລັງ (ແຕ່ບໍ່ຄ່ອຍໄດ້ລົງ ) ຈຶ່ງຫັ້ນໂຕເປັນເປັນຜູ້ຮັກສາປະຕູ ໂດຍໄດ້ມີໂອກາດໄດ້ສະແເດງຜົນງານ ເລີ່ມຈາກຮັບໃຫ້ທີມຫ້ອງ, ທີມໂຮງຮຽນ, ທີມເມືອງ ແລະ ທີມຊາດລາວຟຸດຊໍ… ເຊິ່ງກວ່າຈະມາຮອດຈຸດນີ້ໄດ້ມັນບໍ່ງ່າຍເລີຍ ຟຸກ ອົດທົນຕໍ່ສຽງວິຈານ, ຄຳຕິ, ຄຳດູມິນປະມາດມາຫລາຍ (ເຄີຍມີໝູ່ບໍ່ເວົ້ານຳເພາະໃຊ້ເຄື່ອງບໍ່ງາມໄປຄັດໂຕນັກກິລາ) ແຕ່ຟຸກກໍ່ບໍ່ເກັບເອົາມາຄິດໃຫ້ເສຍໃຈ, ແຕ່ຟຸກເກັບຄຳເຫລົ່ານັ້ນມາເປັນແຮງພັກດັນໃນການສານຝັນຂອງຕົນ ຈຶ່ງມາຮອດຈຸດນີ້.

ນອກຈາກກິລາແລ້ວ ໜຸ່ມ ຟຸກ ຍັງໄດ້ຮັບງານທາງ ວົງການບັນເທິງນຳອີກ ຖ່າຍແບບ, ເດີນແບບ, ສະແດງຮູບເງົາ, ຂວັນໃຈຊ່າງພາບ Lao Supermodel 2015, Top 5 Wow 30 ໜຸ່ມ Hot ລາວ, ເຄີຍເຂົ້າຮ່ວມປະກວດ ຂວັນໃຈສາວໆ ໂດຍ ວາລະສານ ຂວັນໃຈ ປີ 2016 ແລະ ຍັງອີກຫລາກຫລາຍຜົນງານ ທີ່ຫຼາຍຄົນຄົງຈະຮູ້ຈັກກັນເປັນຢ່າງດີ ແລະ ຫຼ້າສຸດໃນທ້າຍອາທິດ ທີ່ຜ່ານມາ ຟຸກ ໄດ້ຖືກແຕ່ງຕັ້ງເປັນຮອງປະທານສະຫະພັນຟຸດຊໍ ນະຄອນຫລວງວຽງຈັນ ຖືກເປັນດາວເດັ່ນແຫ່ງວົງການຟຸດຊໍ ເພາະໄດ້ຮັບຕໍາແໜ່ງດັ່ງກ່າວໃນຕອນອາຍຸ 25 ປີເທົ່ານັ້ນ ແລະ ມີແຜນຈັດການແຂ່ງຂັນຟຸດຊໍ ໃຫ້ກັບມາຄຶກຄັກ ລວມທັງຍັງກຽມຄັດເລືອກນັກເຕະໄປຫຼິ້ນໃນລາຍການລະດັບອາຊຽນ ໃນໄວໆນີ້ຕ້ອງຕິດຕາມຕໍ່ໄປ ແລະ ແອັດມິນຈະລາຍງານຄວາມເຄື່ອນໄຫວໃຫ້ຊາບຕໍ່ເນື່ອງ.

     

ຂ່າວຈາກ: Sport Update

ຮູບຈາ: Fook Saksun Saisananh

ແບ່ງປັນ