Breaking News

ຂໍກຳລັງໃຈແດ່! ອາລີຢາ ສີຣິໂສພາ Miss Queen Laos 2020 ສາວປະເພດສອງຕົວແທນປະເທດລາວ ກຳລັງເດີນທາງໄປປະກວດ Miss International Queen 2020…

ແບ່ງປັນ

ປັດຈຸບັນ ການສົ່ງເສີມເລື່ອງສິດສະເໝີພາບ ແລະ ການເຄົາລົບສິດທິທາງເພດຢູ່ໃນສັງຄົມລາວ ແມ່ນເປັນທີ່ຍອມຮັບຫຼາຍຂຶ້ນ ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດສາມາດອອກມາສະແດງສັກກາຍາພາບ ຄວາມສາມາດຂອງຕົນເອງໃຫ້ສັງຄົມໃຫ້ຮັບຮູ້ຫຼາຍຂຶ້ນ… ເຮົາຍັງສັງເກດເຫັນວ່າ ບັນດາກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດກ້າທີ່ຈະອອກມາປະກາດເຖິງຕົວຕົນຂອງຕົນເອງຫຼາຍຂຶ້ນ ລວມໄປເຖິງເວທີນາງງາມຕ່າງໆທີ່ເກີດຂຶ້ນຢູ່ໃນລະດັບສາກົນ ສາວງາມປະເພດສອງຂອງລາວເຮົາກໍໄດ້ໂອກາດໄປຮ່ວມສະແດງຄວາມສາມາດເຊັ່ນກັນ… ຫຼ້າສຸດເມື່ອວັນທີ 23 ກຸມພາ 2020ທີ່ຜ່ານມາ ອາລີຢາ ສີຣິໂສພາ ຫຼື (ລີຍາ)  Miss Queen Laos 2020 ນາງງາມສາວປະເພດສອງຕົວແທນປະເທດລາວກໍໄດ້ເດີນທາງໄປປະກວດເວທີ Miss international Queen 2020 ທີ່ຈະຈັດຂຶ້ນ ໃນວັນທີ 7 ມີນາ 2020 ນີ້ ທີ່ບາງກອກ ປະເທດໄທ… ເຊິ່ງງານນີ້ມີໝູ່ຄູ່ຮ່ວມໃຈພາກັນໄປສົ່ງຮອດສະໜາມບິນດ້ວຍບັນຍາກາດທີ່ອົບອຸ່ນ

ບາດນີ້ເຮົາມາເອົາໃຈຊ່ວຍເຊຍ ອາລີຢາ ສີຣິໂສພາ Miss Queen Laos 2020 ກ້າວຂຶ້ນສູ່ເວທີການປະກວດ Miss international Queen 2020 ກັນເທາະ!  ຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ  ອາລີຢາ ສີຣິໂສພາ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ…

ในภาพอาจจะมี 1 คน

 

ສ່ວນຂວັນໃຈເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່ ! ເຖິງວ່າຈະໄດ້ລາງວັນ ຫຼືບໍ່ໄດ້ກັບມານັ້ນ ຂໍໃຫ້ ອາລີຢາ ເຮັດໜ້າທີ່ຂອງຕົວເອງຢ່າງເຕັມທີ່, ສະແດງສັກກາຍາພາບຄວາມສາມາດ ແລະ ຄວາມເປັນລາວອອກສູ່ສາຍຕາຕ່າງຊາດໃຫ້ໄດ້ຫຼາຍທີ່ສຸດກໍພໍແລ້ວ… #ສູ້ໆເດີ້!!!

ຂອບໃຈຮູບພາບຈາກ Facebook: Aliya Sirisopha

ແບ່ງປັນ