Breaking News

ຊົມເຊີຍ! “ມະລາວັນ ແມັດຕີ້ໂດ” ຜູ້ກໍາກັບຍິງຄົນທໍາອິດຂອງລາວ ຄວ້າລາງວັນຜູ້ກຳກັບດີເດັ່ນ ຈາກເວທີລະດັບໂລກ…

ແບ່ງປັນ

ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກເຮົາວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກ  ຍ້ອນແນວນີ້ ຈຶ່ງເຮັດໃຫ້ແມັດຕີ້ໂດປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານທີ່ຜ່ານມາ ຢ່າງຮູບເງົາເລື່ອງ “ນ້ອງຮັກ” (Dearest Sister)  ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງຄວ້າລາງວັນມາແລ້ວຫຼາຍເວທີ ເຊິ່ງເປັນສິ່ງທີ່ຢັ້ງຢືນໄດ້ວ່າຜົນງານຂອງແມ່ຍິງຄົນນີ້ບໍ່ທໍາມະດາອີຫຼີ… ພ້ອມກັນນັ້ນຍັງໄດ້ເຜີຍແຜ່ຮູບເງົາລາວສູ່ສາຍຕາເວທີລະດັບໂລກນໍາອີກ ເຊິ່ງສະແດງໃຫ້ເຫັນວ່າ ຮູບເງົາລາວກໍສາມາດກ້າວສູ່ເວທີລະດັບໂລກໄດ້ !    ແລະຫຼ້າສຸດ ຜູ້ກໍາກັບຍິງເກັ່ງຄົນນີ້ກໍໄດ້ສ້າງຜົນງານຮູບເງົາເລື່ອງໃຫມ່ນັ້ນກໍຄື “ບໍ່ມີວັນຈາກ The Long Walk “ ຮູບເງົາເລື່ອງນີ້ກໍເປັນອີກໜື່ງຮູບເງົາລາວທີ່ມີຄຸນະພາບ ແລະ ໄດ້ສາຍສູ່ເວທີລະດັບໂລກ ເຊັ່ນດຽວກັນ. ເມື່ອບໍ່ດົນມານີ້  ແມັດຕີ້ໂດ ກໍໄດ້ມີຊື່ເຂົ້າຊີງລາງວັນ ຜູ້ກຳກັບດີເດັ່ນ ຈາກເວທີ ລະດັບໂລກນັ້ນກໍຄື  The Boston SciFi  Festival Awards  ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດທົ່ວໂລກເຂົ້າຊີງເຊັ່ນດຽວກັນ  ແລະ ໃນທີ່ສຸດ ແມັດຕີ້ໂດ ກໍສາມາດຄວ້າລາງວັນ  ສາຂາຜູ້ກຳກັບດີເດັ່ນ ຈາກຮູບເງົາເລື່ອງ  “ບໍ່ມີວັນຈາກ The Long Walk “…

ມື້ນີ້ ຂວັນໃຈ ຂໍສະແດງຄວາມຍິນດີນໍາ ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງຄົນເກັ່ງຄົນນີ້ນໍາເດີ!!! ທີ່ຄວ້າລາງວັນ ຜູ້ກຳກັບດີເດັ່ນໄປຄອງ ແລະ ເຊື່ອວ່າຄົນລາວເຮົາກໍຍັງລໍຖ້າຕິດຕາມຜົນງານດີໆທີ່ມີຄຸນນະພາບ ຂອງຜູ້ຍິງຄົນນີ້ຕໍ່ໄປແນ່ນອນ…

ຂອບໃຈຮູບພາບຈາກເຟສບຸກ: Mattie Do

 

 

 

ແບ່ງປັນ