Breaking News

ອົງການອະນາໄມໂລກ ຂໍໃຫ້ ທຸກປະເທດກຽມພ້ອມ ໂຄວິດ-19 ໃກ້ສະຖານະການລະບາດໃຫຍ່ສູ່ຄົນທົ່ວໂລກ

ແບ່ງປັນ

ພະຍາດລະບາດ ໂຄວິດ-19 ເປັນອີກໜື່ງພະຍາດລະບາດທີ່ກຳລັງລະບາດໄປທົ່ວທຸກບ່ອນຢ່າງໄວວາ ນັບແຕ່ທ້າຍເດືອນທັນວາ 2019ທີ່ຜ່ານມາ ຈົນຮອດປັດຈຸບັນ ເຊິ່ງຫຼ້າສຸດ General Tedros Adhanom ຜູ້ອໍານວຍການອົງການອະນາໄມໂລກ ຖະແຫຼງວ່າ ທຸກປະເທດຈະຕ້ອງກຽມພ້ອມຫຼາຍຂຶ້ນເພື່ອຮັບມືກັບໂລກ ໂຄວິດ-19 ຂະນະທີ່ຍັງເຊື່ອວ່າ ໄວຣັສໂຄໂຣນ່າ ສາຍພັນໃໝ່ ສາມາດຄວບຄຸມໄດ້ ແລະ ມີຫຼາຍປະເທດທີ່ເຮັດໄດ້ ໂດຍສະເພາະແມ່ນມາດຕະຖານການປິດເມືອງຂອງຈີນ ເພື່ອສະກັດກັ້ນການລະບາດ. ຄະນະເຮັດວຽກຂອງ  Who ໃນຈີນ ສະຫຼຸບວ່າ ການລະບາດໃນລະຫວ່າງວັນທີ 23ມັງກອນ-3ກຸມພາ 2020 ຫຼຸດລົງຈາກມື້ນັ້ນມາ ແຕ່ກໍຍັງລະບາດໄປທົ່ວທຸກພື້ນທີ່ໃນໂລກ…

องค์การอนามัยโลก ขอให้ ทุกประเทศเตรียมพร้อม โควิด-19 ใกล้ สถานการณ์ระบาดใหญ่

ผลการค้นหารูปภาพสำหรับ covid in korea

องค์การอนามัยโลก ขอให้ ทุกประเทศเตรียมพร้อม โควิด-19 ใกล้ สถานการณ์ระบาดใหญ่

 

WHO ປະກາດເມື່ອເດືອນຜ່ານມາວ່າ ໂຄວິດ-19 ເປັນສະຖານະການ ທີ່ສຸກເສີນລະດັບໂລກ ເພື່ອລະດົມຊັບພະຍາກອນຊ່ວຍປະເທດທີ່ມີຄວາມພ້ອມຮັບມືກັບໂລກລະບາດນ້ອຍ ແຕ່ຍັງບໍ່ທັນໄດ້ໄປເຖິງຂັ້ນສະຖານະການລະບາດໃຫຍ່ ທີ່ໝາຍຄວາມວ່າ ໂລກນັ້ນໄດ້ແຜ່ເຊື້ອຈາກຄົນສູ່ຄົນໃນທຸກພື້ນທີ່ຂອງໂລກແລ້ວ

ຜູ້ອໍານວຍການອົງການອະນາໄມໂລກລະບຸວ່າ ອີຕາລີ, ອີຫຣ່ານ ແລະ ເກົາຫຼີໃຕ້ ເປັນປະເທດທີ່ມີສະຖານະການນ່າເປັນຫ່ວງ ແຕ່ໃນຂະນະນີ້ ເຮົາຍັງບໍ່ເຫັນໄວຣັສລະບາດທົ່ວໂລກແບບສະກັດກັ້ນບໍ່ໄດ້ ແລະ ເຮົາບໍ່ເຄີຍເຫັນການເສີຍຊີວິດຈໍານວນຫຼາຍ ສິ່ງທີ່ເຫັນກໍຄືການລະບາດໃນຫຼາຍພື້ນທີ່ຂອງໂລກໃນຮູບແບບທີ່ຕ່າງກັນ ແລະ ຕ້ອງຮັບມືກັບເງື່ອນໄຂນັ້ນ

ໃນສະຖານະການທີ່ນ່າເປັນຫ່ວງທີ່ສຸດຕອນນີ້ກໍຄື ເກົາຫຼີໃຕ້ ທີ່ມີຍອດຜູ້ເສຍຊີວິດແລ້ວ 8 ຄົນ ສ່ວນຕິດເຊື້ອສະສົມແມ່ນຢູ່ທີ 833ຄົນ ຈໍານວນນີ້ມີທະຫານລວມຢູ່ນໍາ 13 ຄົນ ແລະ ກະທວງກະລາໂຫມສັ່ງໃຫ້ທະຫານ 7,500 ຄົນຖືກກັກຕົວໄວ້ເພື່ອເບິ່ງສະຖານະການ…

ผลการค้นหารูปภาพสำหรับ covid in korea

ผลการค้นหารูปภาพสำหรับ covid in korea

ຈັງໃດຄົນລາວເຮົາກໍຄວນປ້ອງກັນໄວ້ກ່ອນ ພາກັນເບິ່ງແຍງຮັກສາສຸຂະພາບຕົນເອງໃຫ້ດີ ເພື່ອປ້ອງກັນຕົວເອງຈາກພະຍາດລະບາດດັ່ງກ່າວ…

ຂອບໃຈຂໍ້ມູນຈາກ:komchadluek,pixabay

 

ແບ່ງປັນ