Breaking News

ພະເອກໜຸ່ມສຸດຮອດ ອໍ້າ ອະທິຊາດ ຮ່ວມໃສ່ບາດ ພຣະສົງ 108 ອົງ ທີ່ວັດອົງຕື້…

ແບ່ງປັນ

ອໍ້າ ອະທິຊາດ ຖືວ່າເປັນ ດາລາ ນັກສະແດງໜຸ່ມສຸດຮອດແຖວໜ້າຄົນໜື່ງ  ຈາກປະເທດໄທ ທີ່ຄົນລາວທຸກຄົນຮູ້ຈັກກັນດີຜ່ານຜົນງານລະຄອນ-ຮູບເງົາຕ່າງໆຜ່ານຈໍໂທລະພາບຢູ່ຫຼາຍເລື່ອງ  ເປັນຕົ້ນແມ່ນ ລະຄອນ “ໜຶ່ງດ້າວຟ້າດຽວ” ທາງຊ່ອງ 3,  ລະຄອນເລື່ອງ “ເພີງນາຄາ” ທາງຊ່ອງ 3 ລະຄອນເລື່ອງ “ສາຍຮຸ້ງ” ທາງຊ່ອງ gmm 25 ແລະ ຜົນງານອື່ນໆອີກ ແລະ ພະເອກໜຸ່ມສຸດຫຼໍ່ຄົນນີ້ບໍ່ມີດີພຽງແຕ່ໜ້າຕາ ແຕ່ຍັງຜົນງານການສະແດງທີ່ໂດ່ງດັງມາຫຼາຍເລື່ອງ  ມີທັງງານພີເຊັນເຕີ ເດີນແບບຕ່າງໆ ເອີ້ນໄດ້ວ່າຄວາມສາມາດຂອງພະເອກຄົນນີ້ບໍ່ທໍາມະດາອີຫຼີ!!!

ເຊິ່ງຫຼ້າສຸດ ວັນທີ 28 ກຸມພາ 2020 ໜຸ່ມອໍ້າ ກໍໄດ້ເດີນທາງມາຮ່ວມເຮັດບຸນທີ່ ວັດອົງຕື້ ມະຫາວິຫານ ນະຄອນຫຼວງວຽງຈັນ ໃນງານບຸນຫຼໍ່ພະເຈົ້າໃຫ່ຍອົງຕື້ຈໍາລອງ, ສະຫຼອງພຸດທະສິມມາ, ໃນຕອນເຊົ້າ ໜຸ່ມອໍ້າໄດ້ຮ່ວມໃສ່ບາດແດ່ພຣະສົງ 108 ອົງ. ນອກຈາກນີ້,​ ຍັງໄດ້ຮ່ວມຖ່າຍຮູບກັບແຟນຄັບຊາວລາວຢ່າງເປັນກັນເອງອີກດ້ວຍ.

ในภาพอาจจะมี 5 คน, เด็ก

ອໍ້າ ອະທິຊາດ  ເປັນນັກສະແດງໄທອີກຄົນໜຶ່ງທີ່ທັງຫຼໍ່ ທັງໃຈບຸນ ແລະ ສໍາລັບໃຜທີ່ຢາກເຮັດບຸນຮ່ວມກັບໜຸ່ມອໍ້າ ໃນຕອນຄໍ່າຂອງມື້ນີ້ ແມ່ນສະມາດຮ່ວມເຮັດບຸນສົມໂພດພຣະພຸດທະຮູບ ແລະ ສະຫຼອງພຸດທະສິມມາໄດ້ ທີ່ວັດອົງຕື້ ມະຫາວິຫານ

ในภาพอาจจะมี 5 คน, ผู้คนกำลังยืน, รองเท้า และ สถานที่ในร่ม

ผลการค้นหารูปภาพสำหรับ อั้ม อธิชาติ

ผลการค้นหารูปภาพสำหรับ อั้ม อธิชาติ

 

ผลการค้นหารูปภาพสำหรับ อั้ม อธิชาติ

ผลการค้นหารูปภาพสำหรับ อั้ม อธิชาติ

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ : InsideLaos

ແລະ  Chilasak JoJo Saysanith

 

ແບ່ງປັນ