Breaking News

ນິສສັນ ນາວາຣ່າ ນະວັດຕະກຳດີໆ ທີ່ທ່ານ ຄວນຮູ້…

ແບ່ງປັນ

ສະບາຍດີ! ຫລາຍໆຄົນກໍຮູ້ຈັກກັນດີກັບລົດກະບະຍອດນິຍົມຂອງນິສສັນ ມື້ນີ້ເຮົາມາຮູ້ຈັກກັນກັບລົດ ນິສສັນ ນາວາຣ່າ ວ່າພີມຽ້ມມັນມີດີຫລາຍຢ່າງທີ່ທ່ານຄວນຮູ້ ເຮົາຈະພາທ່ານມາຮູ້ຈັກກັນເລີຍ!!!

ອັນດັບຫນື່ງ ຮູບຊົງດ້ານໜ້າ ຂອງລົດນິສສັນນາວາຣ່າພີມ້ຽມ ກະຄື ໄຟຕາ ໄຟຕາໜ້າເປັນ ໄຟແບບ LED ແລະ ເປັນລອດ  projector ມັນຈະເຮັດໃຫ້ແຈ້ງແລະເຫັນທາງດີຂື້ນ ແມ້ກະທັ່ງຕອນຝົນຕົກທ່ານກໍ່ສາມາດເຫັນໄດ້ຊັດເຈນ ຊຶ່ງມີຄວາມປອດໄພໃນການຂັບຂີ່ ແລະ ໄຟເຍືອງທາງຕອນກາງເວັນ ກໍໂດດເດ່ນທັນສະໄຫມເຮັດໃຫ້ເຮົາເບິ່ງເຫັນລົດກົງກັນຂ້າມໄດ້ງ່າຍຂຶ້ນເພື່ອຫລີກລ້ຽງອຸບັດຕິເຫດ ແລະ ຄວາມປອດໄພ…

ອັນດັບ 2 ແມ່ນຈັກ ຂອງນາວາຣ່າ ພີມ້ຽມ (NAVARA premium) ເປັນ

ຈັກ2.5L Inter-Cooler Turbo Engine

– ແຮງມ້າ 190Ps & ແຮງບິດ 450Nm

– ມາພ້ອມກັບ 190 ແຮງມ້າ and 450 ແຮງບິດ

–  ໃຫ້ການຕອບສະໜອງທີ່ໄວ ໃນອັດຕາການເລັ່ງ ແລະ ແຮງບໍ່ເຄີຍຕົກໃນຂະນະທີ່ທ່ານບັນທຸກໜັກ

ອັນດັບ3 ເວົ້າເລື່ອງເກຍຫລາຍຄົນຄົງຈະຮູ້ແດ່ແລ້ວ ນາວາຣ່າ ເຮົາມີເກຍ 7 ສະປີດ ແຕ່ເປັນເກຍໂອໂຕທີ່ມີໂມດເກຍກະປຸກມາພ້ອມ

  • ເກຍອໍໂຕເຮັດໃຫ້ການຂັບຂີ່ຂອງທ່ານນຸ້ມນວນ
  • ກໍລະນີເກຍກະປຸກສາມາດປ່ຽນເປັນກະປຸກໄດ້ໃນເມື່ອພົບກັບເສັ້ນທາງທຸລະກັນດານຂຶ້ນພູລົງຫວ້ຍທີ່ມັນຈຳເປັນຕ້ອງໄດ້ໃຊ້ແຮງລົດຫລາຍ

ອັນດັບສຸດທ້າຍ ຂອງນາວາຣ່າພີມມ້ຽມຄື ຄວາມປອດໄພຊຶ່ງຄວາມປອດໄພແມ່ນໄດ້ຮັບການກາລັນຕີຈາກລະບົບຄວາມປອດໄພ 5 ດາວ

ໃຫ້ຄວາມປອດໄພສູງສຸດ ສຳລັບທ່ານ ແລະ ຄອບຄົວຂອງທ່ານ!

 ມີຖົງລົມນິລະໄພເຖີງ 7 ຖົງ ຄື ດ້ານຄົນຂັບ ແລະ ຜູ້ໂດຍສານ, ຫົວເຂົ່າຂອງຜູ້ໂດຍສານ ແລະ ດ້ານຂ້າງມີທັງຖົງລົມນິລະໄພແບບຜ້າກັ້ງ, ຊ່ວຍປ້ອງກັນໃຫ້ທຸກຄົນປອດໄພແບບຮອບດ້ານ

ເປັນແນວໃດກັບຂໍ້ມູນພື້ນຖານກຽ່ວກັບລົດ ນິສສັນນາວາຣ່າພີມ້ຽມ ຂອງສູນນິສສັນຕັນຈອງມໍເຕີ້ລາວ ຍັງບໍ່ຫນົດພຽງເທົ່ານີ້ຍັງມີລາຍລະອຽດອີກຫລາຍດ້ານກຽ່ວກັບລົດກະບະນິສສັນ ນາວາຣ່າ

ຖ້າທ່ານໃດສົນໃຈສາມາດເຂົ້າມາຢ້ຽມຊົມຫ້ອງຂາຍລົດນິສສັນ Nissan Showrooms ທີ່ໃກ້ທີ່ສຸດບໍ່ວ່າຈະຢູ່

–         ສາຂາ ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫລວງ ວຽງຈັນ

–         ສາຂາ  ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫລວງ ວຽງຈັນ

–         ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ

–         ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ

ເພື່ອທົດລອງຂັບ ແລະ ຈອງລົດຍົນນິສສັນ Nissan ລຸ້ນຕ່າງໆ ທີ່ທ່ານມັກ.

ທ່ານໃດທີ່ສົນໃຈກໍສາມາດເຂົ້າມາກວດສອບ ແລະ ສອບຖາມຂໍ້ມູນກັບພະນັກງານທີ່ປຶກສາການຂາຍ ແລະ ກ່ຽວກັບໂປຣໂມຊັ່ນຕ່າງໆເພາະຈະມີໂປຣໂມຊັ່ນໃໝ່ໆມາອັບເດດໃຫ້ລູກຄ້າ.

ຫຼືຂໍ້ມູນເພີ່ມເຕີມກ່ຽວກັບລົດຍົນນິສສັນ Nissan ທຸກລຸ້ນໃນປະເທດລາວ, ທ່ານສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດຍົນນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos /https://www.facebook.com/NissanLaos/

ແບ່ງປັນ