Breaking News

ຍິນດີນໍາ! ອາລີຢາ ສີລິໂສພາ ຕິດ Top 13 ຄົນໃນ Talent Show…ເທິງເວທີ Miss International Queen 2020

ແບ່ງປັນ

ເວທີ Miss International Queen 2020  ເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ນາງງາມສາວປະເພດສອງທົ່ວໂລກໄດ້ສະແດງສັກກະຍະພາບ ຄວາມສາມາດ ຂອງຕົນເອງໃຫ້ທຸກຄົນໄດ້ຮັບຮູ້…. ເຊິ່ງ ອາລີຍາ ສີລິໂສພາ (ຕຸບີ່) ກໍເປັນຕົວແທນ Miss  Queen  Laos 2020 ຂອງ ສປປ ລາວ ທີ່ໄດ້ເດີນທາງໄປປະກວດ ເວທີ Miss International Queen 2020 ທີ່ບາງກອກ ປະເທດໄທ  ເຊິ່ງຫຼ້າສຸດ ໃນຄໍ່າຄືນຂອງວັນທີ 26 ກຸມພາ 2020 ອາລີຍາ ສີລິໂສພາ  ກໍໄດ້ສະແດງຄວາມສາມາດຂອງຕົນເອງ ເທິງເວທີ Miss International Queen 2020 ຜ່ານບົດຟ້ອນ ທີ່ສະແດງໃຫ້ເຫັນເຖິງເອກະລັກຂອງຄວາມເປັນລາວໃຫ້ທຸກຄົນໄດ້ຮັບຊົມເທິງເວທີສາກົນ  ແລະ ໃນການສະແດງຂອງ ຕຸບີ່  ຄັ້ງນີ້ເຮັດໃຫ້ ສາມາດຜ່ານ Top13 ຄົນໃນ Talent show ເພື່ອໄປສະແດງຕໍ່ທີ່ ຈັງຫວັດ ພູເກັດ  ສະນັ້ນ, ຄົນລາວເຮົາມາຮ່ວມແຮງຮ່ວມໃຈຊ່ວຍໂຫວດຊ່ວຍເຊຍໃຫ້  ອາລີຍາ ສີລິໂສພາ ຜ່ານເຂົ້າໄປຮອບເລິກໆ ແລະ ສາມາດຄວ້າມົງໄປຄອງ ກັນເທາະ!!!

ຂວັນໃຈຂໍສະແດງຄວາມຍິນດີນໍາ ອາລີຍາ ສີລິໂສພາ ທີ່ສາມາດຜ່ານ Top 13 ຄົນໃນ Talent Show ຖືວ່າເປັນອີກໜື່ງບາດກ້າວແຫ່ງຄວາມສໍາເລັດຂອງປະເທດລາວ ແນວໃດ ຂວັນໃຈ ແລະ ຄົນລາວເຮົາ ກໍຂໍສົ່ງໃຈໄປເຊຍ ອາລີຍາ ສີລິໂສພາ ຂໍໃຫ້ມົງລົງ!

#Missinternationalqueen2020

ຂອບໃຈຮູບພາບ : Aliya Sirisopha

ແບ່ງປັນ