Breaking News

ຄຸນສົມບັດທີ່ສຸພາບສະຕີຄວນຮູ້

ແບ່ງປັນ

“ຈັນຍາບັນ ຄຸນສົມບັດ ສິລະທໍາ” ສາວໆເຄີຍໄດ້ຍິນປະໂຫຍກນີ້ມາກ່ອນບໍ່? ແລະ ຖ້າເຄີຍສາວໆຮູ້ຄວາມໝາຍຂອງມັນບໍ່? ຖ້າຍັງບໍ່ຮູ້ມື້ນີ້ BeautyGuru ຈະພາສາວໆໄປຮູ້ຈັກກັບມັນ ແຕ່ເມຶ່ອໄດ້ຮູ້ບໍ່ໄດ້ໝາຍຄວາມວ່າສາວໆຈະຕ້ອງປະຕິບັດຕາມພຽງແຕ່ຢາກໃຫ້ສາວໆໄດ້ຮັບຮູ້ກ່ຽວກັບຄວາມໝາຍຂອງມັນເທົ່ານັ້ນ ສ່ວນສາວໆຄົນໃດທີ່ຢາກຈະເອົາປະຕິບັດກໍບໍ່ວ່າກັນເດີ້ ແລະ ສິ່ງທີ່ BeautyGuru ເອົາມາຕ້ອນສາວໆໃນມື້ນີ້ກໍຄື: 20 ຄຸນສົມບັດຂອງສຸພາບສະຕີນັ້ນເອງ (ສໍາລັບຄົນທີ່ມີຜົວເປັນສ່ວນຫຼາຍ) ສ່ວນວ່າຈະປະກອບມີຫຍັງແດ່ນັ້ນເຮົາໄປອ່ານ ແລະ ທໍາຄວາມເຂົ້າໃຈພ້ອມກັນເລີຍ!!!

– ຮັບຜິດຊອບຕໍ່ໜ້າທີ່
– ເປັນກຸນລະສະຕີຜູ້ຊື່ສັດ
– ຮູ້ປະຢັດຊັບສິນເງິນຕາ
– ຍາມເວົ້າຈາສຸພາບອ່ອນຫວານ
– ໃຈກ້າຫານຄືດັ່ງຍອດຊາຍ
– ບໍ່ວຸ່ນວາຍສິ່ງຂອງມືນເມົາ
– ຊ່ວຍແບ່ງເບົາພາລະສາມີ
– ຄຸນຄວາມດີຄວນທີ່ຮັບຮູ້
– ເລື່ອງຄົບຊູ້ຢ່າໄດ້ຄິດຫາ
– ໃຊ້ປັນຍາຫຼາຍກວ່າເຫື່ອແຮງ
– ຮູ້ຈັດແຈງວຽກຄົວເຮືອນຊານ
– ສຸກສໍາລານບໍ່ໃຫ້ລືມຕົນ
– ຍາມພໍ້ຈົນອົດທົນຜ່ານຜ່າ
– ເຄົາລົບຍ່າປູ່ທວດເຈົ້ານາຍ
– ບໍ່ທໍາລາຍກຽດຕິຍົດວົງສາ
– ລ້ຽງບຸດຕິບຸດຕາໃຫ້ໄດ້ເຕີບໃຫຍ່
– ຈັກນົບໄຫວ້ພະພຸດພະທໍາ
– ຢ່າໃຈດໍາຕໍ່ຍາດພີ່ນ້ອງ
– ຮູ້ຍໍຍ້ອງໃຫ້ກໍາລັງໃຈຜົວ
– ບໍ່ຖືຕົວເມົາມົວຄວາມງາມ

By: Beautyguru

Cr: ບ.ວັນທາຕະກູນ ວັນທາ

ເຄຼດິດຮູບພາບຈາກ: ວັດທະນະທໍາລາວ

 

ແບ່ງປັນ