ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ລວມທັງ ສປປ ລາວຂອງພວກເຮົາ ເຮັດໃຫ້ນັກຮ້ອງຈາກຫຼາຍປະເທດຮ່ວມກັນແຕ່ງເພງເພື່ອລະດົມປະຊາຊົນ ໃຫ້ຮ່ວມໃຈກັນຢູ່ເຮືອນ ຫຼຸດການແຜ່ລະບາດຂອງພະຍາດໂຄວິດ-19
ຫຼ້າສຸດ ນັກຮ້ອງດັງຈາກປະເທດໄທ ຢ່າງ ຕິກ ຊີໂຣ່ ກໍໄດ້ແຕ່ງເພງ “ຢູ່ກັບບ້ານ” ເພື່ອເປັນການປຸກລະດົມໃຫ້ປະຊາຊົນຢູ່ເຮືອນ ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ເພາະການອອກໄປນອກ ຈາກເປັນການອອກໄປຮັບເຊື້ອໄດ້

ຜົນງານເພງດັ່ງກ່າວ ໄດ້ຖືກຮ້ອງເປັນຫຼາຍພາສາຈາກທົ່ວໂລກ ແລະ ສຳລັບປະເທດລາວເຮົາ ກໍ່ໄດ້ຮັກຮ້ອງສາວສຽງຫວານຢ່າງ “ແພັດ ເພັດດາວອນ” ທີ່ຫຼາຍໆຄົນຮູ້ຈັກກັນດີ ມາຖ່າຍທອດຜົນງານເພງອອກມາເປັນພາສາລາວໄດ້ຢ່າງມ່ວນຫູ

ເພງຈະມ່ວນ ແລະ ປະທັບໃຈຫຼາຍປານໃດນັ້ນ ລອງໄປຟັງນໍາກັນເລີຍ
ແຫລ່ງຂໍ້ມູນ: InsideLaos.com