Breaking News

ເມຍ ແລະ ລູກ ໂພສໄວ້ອາໄລ “ກິດາວເພັດ ໜູຫ່ວງ” (ມື້ນີ້ເປັນມື້ສຸດທ້າຍແລ້ວທີ່ເຈົ້າກັບຂ້ອຍຈະໄດ້ຢູ່ຮ່ວມກັນຊາດນີ້ທັງຊາດຄົງເຫຼືອໄວ້ພຽງແຕ່ຄວາມຮັກແລະຄິດຮອດທີ່ສຸດແສນທໍ່ລະມານຕະຫລອດຊີວິດ…)

ແບ່ງປັນ

ເມື່ອວັນທີ 24 ເມສາ ທີ່ຜ່ານມາ ວົງການເພງລາວເຮົາໄດ້ສູນເສຍສິນລະປິນໃນຕໍານານ ຢ່າງ ກິດາວເພັດ ໜູຫ່ວງ  ຫົວໜ້າວົງດົນຕີໃຫຍ່ ໜຸ່ມໂກສິນ ທີ່ໄດ້ຈາກໄປດ້ວຍພະຍາດສ່ວນຕົວຂອງຜູ້ກ່ຽວເອງ  ໄດ້ສ້າງຄວາມສະເທືອນໃຈໃຫ້ຄົນທັງປະເທດ ບໍ່ວ່າຈະເປັນຫມູ່ເພື່ອນໃນວົງການ ແລະ ບັນດາແຟນຄລັບ ທີ່ສິນລະປິນໃນດວງໃຈໄດ້ເສຍໄປຢ່າງກະທັນຫັນແລະ  ແນ່ນອນວ່າຄົນທີ່ເສຍໃຈທີ່ສຸດນັ້ນກໍຄື ຄອບຄົວ ຂອງນັກຮ້ອງ ໜຸ່ມ ກິດາວເພັດ ໜູຫ່ວງ ນັ້ນເອງ ເຊິ່ງວັນທີ 27 ເມສາ 2020 ກໍເປັນມື້ສົ່ງສະການ.  ເມຍ ແລະ ລູກ ກໍໄດ້ໂພສໄວ້ອາໄລຜູ້ເປັນຜົວ ແລະ ພໍ່ ສຸດທີ່ຮັກເປັນຄັ້ງສຸດທ້າຍວ່າ:

ມື້ນີ້ເປັນມື້ສຸດທ້າຍແລ້ວທີ່ເຈ້າກັບຂ້ອຍຈະໄດ້ຢູ່ຮ່ວມກັນຊາດນີ້ທັງຊາດຄົງເຫຼືອໄວ້ພຽງແຕ່ຄວາມຮັກແລະຄິດຮອດທີ່ສຸດແສນທໍ່ລະມານຕະຫລອດຊີວິດຂອງຂ້ອຍແລະລູກທັງ4ນັບຈາກນີ້ໄປຂ້ອຍຕ້ອງໃຊ້ຊີວິດທີ່ໂດດດຽວແລະມຶດມົນປານຄົນຕາຍທັງເປັນບົນເສັ້ນທາງທີ່ບໍ່ມີເຈົ້າລັບໃຫ້ສະບາຍເດີ້ສຸດທີ່ຮັກຂອງເມຍແລະລູກ

ຂວັນໃຈ ຂໍສະແດງຄວາມເສຍໃຈນໍາຄອບຄົວທີ່ໄດ້ສູນເສຍບຸກຄົນອັນເປັນແສນຮັກທີ່ສຸດໃນຄັ້ງນີ້ ຂໍໃຫ້  ໜຸ່ມ ກິດາວເພັດ ໜູຫ່ວງ ຫຼັບໃຫ້ສະບາຍເດີ້

ແຫລ່ງຂໍ້ມູນ: Khamphoud Nouhouang

ແບ່ງປັນ