ວັນທີ 1 ພຶດສະພາ 2020 The Australian ລາຍງານວ່າ ທີມນັກວິໄຈຈາກມະຫາວິທະຍາໄລຄວີນແລນໄດ້ເປີດເຜີຍວ່າ ທາງທີມວິໄຈຈະສາມາດເລີ່ມທົດລອງວັກຊິນສໍາລັບຄົນໄດ້ຢ່າງໄວທີ່ສຸດໃນເດືອນກໍລະກົດປີນີ້. ດ້ານຫົວນ້າທິມ ມຸນໂຣ ໄດ້ກ່າວວ່າ: ການຜະລິດວັກຊີນອອກມາໃຫ້ທັນໃນເດືອນ 9 ນີ້ຄືເປົ້າຫມາຍຂອງພວກເຮົາ ເຊິ່ງອາດຈະເບິ່ງວ່າຄືເປົ້າຫມາຍທີ່ສູງ ແລະ ອາດຈະເປັນໄປໄດ້ຍາກ ແຕ່ມັນຄືເປົ້າໝາຍຂອງພວກເຮົາ ແລະ ຂ້ອຍກໍເຊື່ອວ່າມັນມີຄວາມເປັນໄປໄດ້ ເພາະທຸກຢ່າງຖືກດຳເນີນໄປຕາມແຜນທີ່ວາງໄວ້
ໂດຍທາງມະຫາວິທະຍາໄລຄວີນແລນໄດ້ໃຊ້ເຕັກໂນໂລຊີ “ການໜີບໃນລະດັບໂມເລກູນ” (molecular clamp) ເຊິ່ງໄດ້ຮັບສິດທິບັດແລ້ວ ໂດຍວັກຊີນໂຕນີ້ຖືກນໍາໄປທົດສອບກັບໜູ (ສັດຊະນິດໜື່ງ) ເມື່ອບໍ່ດົນມານີ້ ແລະ ພົບວ່າສາມາດກະຕຸ້ນແອນຕີ້ບໍດີ້ທີ່ຈໍາເປັນຕໍ່ການໂຈມຕີໄວຣັສໂຄໂຣນາທີ່ກໍ່ໃຫ້ເກີດໂລກລະບາດໂຄວິດ-19
ດ້ານ ຄືທ໌ ແຊບເພີລ໌ ຫົວຫນ້າໂຄງການຮ່ວມມະຫາວິທະຍາໄລຄວີນແລນກ່າວວ່າ “ເວໂຣຄລີນິກ export” ກຳລັງກວດສອບເພີ່ມເຕີມກ່ຽວກັບຄວາມສາມາດຂອງວັກຊີນທີ່ປ້ອງກັນໄວຣັສທີ່ມີຊີວິດໃນການທົດລອງກັບສັດຕົ້ນແບບຫຼາຍຊະນິດ ເຊິ່ງຄວາມຄືບໜ້ານີ້ບໍ່ອາດຈະເກີດຂຶ້ນໄດ້ຕາມເວລາທີ່ກຳນົດໄວ້ ແລະ ຄວາມສາມາດທີ່ມີໃນ Australia ຫາກປາສະຈາກຄວາມຮ່ວມມືຄັ້ງນີ້.
ສາດສະດາຈານ Kanta Subbarao ຈາກສະຖາບັນ Doherty Institute ນະຄອນເມລເບຣີນ ເຜີຍວ່າ ໄດ້ຄົ້ນພົບແອນຕີ້ບໍດີ້ລະດັບສູງໃນຕົວຢ່າງການທົດລອງໃນໜູ ເຊິ່ງສາມາດຂ້າເຊື້ອໄວຣັສໂຄວິດ-19 ທີ່ມີຊີວິດໃນການເພາະລ້ຽງເຊລ ໂດຍທາງສາດສະດາຈານ Kanta Subbarao ຍັງກ່າວຕື່ມອີກວ່າ ນີ້ຄືການຄົ້ນພົບຄັ້ງສໍາຄັນ ເພາະມີການຕອບສະໜອງທາງພູມຄຸ້ມກັນທີ່ຄ້າຍກັບຂອງວັກຊີນ (SARS) ໃນແບບຈໍາລອງສັດ ເຊິ່ງນໍາໄປສູ່ການປ້ອງກັນການຕິດເຊື້ອ ທັ້ງນີ້ ເມື່ອເດືອນມັງກອນທີ່ຜ່ານມາ Australia ເປັນປະເທດທໍາອິດໃນໂລກທີ່ສາມາດເພາະເຊື້ອໄວຣັສໃນຫ້ອງທົດລອງນອກຈາກປະເທດຈີນ ໄດ້ສໍາເລັດ
ແຫຼ່ງທີ່ມາ:
https://www.theaustralian.com.au/…/cd6006a8e7c449fb442a9fd9…