Breaking News

ຜູ້ທີ່ເຄີຍຕິດເຊື້ອໂຄວິດ-19ປີ່ນປົວຫາຍດີ ແຕ່ກັບມາກວດສຸຂະພາບຄືນແລ້ວພົບວ່າຍັງມີເຊື້ອ…

ແບ່ງປັນ

ຈາກກໍລະນີຜູ້ຕິດເຊື້ອທີ 14 ປິ່ນປົວຫາຍດີແລ້ວຜ່ານມາ ແຕ່ໃນວັນທີ 2 ພຶດສະພາ 2020 ຜູ້ກ່ຽວໄດ້ກັບມາກວດເຊື້ອຄືນຢູ່ທີ່ໂຮງໝໍແຕ່ຜົນອອກມາຍັງມີເຊື້ອຄົງຄ້າງຢູ່ ຈື່ງເຮັດໃຫ້ຫຼາຍຄົນຕົກໃຈ ແລະ ເກີດຂໍ້ສົງໃສຫຼາຍຢ່າງຕາມມາວ່າຈະແຜ່ລາມເຊື້ອໄປຫາຄົນອື່ນ ຫຼືບໍ່… ດັ່ງນັ້ນ ຊ່ຽວຊານດ້ານພະຍາດໂຄວິດ-19 ຈື່ງໄດ້ອອກມາຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ !!!

ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັສທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້.

ດຣ. ສະຫນອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍ່ເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ືອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ ອອກຈາກໂຮງໝໍແລ້ວກັບມາກວດຄືນແລ້ວພົບວ່າມີເຊື້ອ ແຕ່ຜູ້ໃກ້ຊິດ ເຫຼົ່ານັ້ນຜ່ານການກວດແລ້ວກໍ່ບໍ່ມີຜູ້ຕິດເຊື້ືອ. ອັນນີ້ໄດ້ຢັ້ງຢືນວ່າ ຊິ້ນສ່ວນຂອງພະຍາດດັ່ງກ່າວທີ່ຕົກຄ້າງຢູ່ນັ້ນບໍ່ສາດແຜ່ເຊື້ອໄດ້. ອີກອັນໜຶ່ງ ຍ້ອນວ່າເປັນພະຍາດໃໝ່ທາງວິທະຍາສາດການແພດ ຈຶ່ງເອົາມາ ກວດຄືນຕາມຫຼັກການແພດເມື່ອອອກໂຮງໝໍໄປແລ້ວຕ້ອງໄດ້ມາກວດຄືນ.

ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ ຜູ້ເຄີຍຕິດເຊື້ືອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໄປແລ້ວ ແຕ່ໄດ້ກັບມາກວດສຸຂະພາບຄືນພົບວ່າຕິດເຊື້ອນັ້ນ ແມ່ນຜູ້ຕິດເຊື້ອກໍລະນີທີ 14, ເຊິ່ງແມ່ນນັກສຶກສາລາວ ທີ່ກັບມາຈາກປະເທດອັງກິດ, ປະຈຸບັນຢູ່ ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວເຂົ້າຮັບການປີ່ນປົວຢູ່ໂຮງໝໍມິດຕະພາບໃນວັນທີ 7 ເມສາ 2020 ແລະ ໄດ້ອອກ ໂຮງໝໍ ໃນວັນທີ 16 ເມສາ 2020 ໄປຈໍາກັດບໍລິເວນຕິດຕາມອາການຕົນເອງຢູ່ເຮືອນ ຈົນຄົບ 14 ວັນ ແລ້ວກັບມາກວດຄືນເຫັນວ່າພົບເຊື້ອຈຶ່ງໄດ້ເອົາເຂົ້ານອນຕິດຕາມອາການຢູ່ໂຮງໝໍຕື່ມອີກ.

 

ຂ່າວ: ເພັດໂພໄຊ

ແບ່ງປັນ