ວັນທີ 4 ພຶດສະພາ 2020 ລັດຖະບານນິວຊີແລນ ຖະແຫຼງຂ່າວດີ ເມື່ອບໍ່ຜູ້ປ່ວຍໂຄວິດ-19 ຄົນໃຫມ່ເພີ່ມຂຶ້ນພາຍໃນປະເທດຂອງຕົນ ຕັ້ງແຕ່ເລີ່ມມີການ Lock down ເຊິ່ງຖືວ່າ່ເປັນບາດກ້າວທີ່ສໍາຄັນໃນການເລີ່ມຜ່ອນຄາຍມາດຕະການ Lock down ແຕ່ຍັງຄົງຍໍ້າເຕືອນໃຫ້ປະຊາຊົນປະຕິບັດຕາມມາດຕະການຂອງລັດຢ່າງເຄັ່ງຄັດ ເຖິງວ່າສະຖານະການແຜ່ລະບາດໄວຣັສໂຄວິດຈະດີຂຶ້ນ ໂດຍກ່ອນໜ້ານີ້ຕໍາຫຼວດ ນິວຊີແລນ ໄດ້ຈັບກຸມຜູ້ຝ່າຝືນມາດຕະການ Lock down ໄດ້ຫຼາຍເຖິງ 500 ຄົນ…
ໃນຂະນະທີ່ ນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ຈະພິຈາລະນາວ່າຄວນຜ່ອນຄາຍການ Lock down ຫຼືບໍ່ ໃນອາທິດໜ້າ ຫຼັງຈາກມີການຫຼຸດລະດັບເຕືອນໄພທົ່ວປະເທດຈາກລະດັບ 4 ເປັນລະດັບ 3 ເຊິ່ງນິວຊີແລນໄດ້ຮັບຄໍາຕິຊົມຈາກນານາຊາດໃນການຮັບມືໂຄວິດ-19 ໂດຍອົງການອະນາໄມໂລກລະບຸວ່ານິວຊີແລນຕັດສິນໃຈໃຊ້ມາດຕະການ Lock down ທີ່ຂຶ້ນຊື່ວ່າເຂັ້ນງວດທີ່ສຸດໃນໂລກໄດ້ຢ່າງທັນເວລາ
ຫຼ້າສຸດນິວຊີແລນມີຍອດຜູ້ປ່ວຍໂຄວິດ-19 ສະສົມ 1,487 ຄົນ ໂດຍຮ້ອຍລະ 86 ຂອງຜູ້ປ່ວຍໄດ້ຮັບການຮັກສາຫາຍດີ ແລະມີຜູ້ເສຍຊີວິດທັງໝົດ 20 ຄົນ
ແຫຼ່ງທີ່ມາ: https://www.reuters.com/article/us-health-coronavirus-newzealand-ardern/new-zealands-ardern-asks-citizens-to-follow-virus-linked-curbs-even-as-no-new-cases-reported-idUSKBN22G0AX?il=0