Breaking News

ຫຼ້າສຸດ! ທົ່ວໂລກຕິດໂຄວິດ-19 ສະສົມພຸ່ງ 3,6 ລ້ານຄົນ ແລະ ເສຍຊີວິດ 2,5 ແສນຄົນແລ້ວ…

ແບ່ງປັນ

ວັນທີ 5 ພຶດສະພາ 2020 ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກຍັງຄົງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຫຼັງການແຜ່ລະບາດຜ່ານມານານກວ່າ 4 ເດືອນ ແລະ ຕິດເຊື້ອສະສົມສູງກວ່າ 3.6 ລ້ານຄົນແລ້ວ, ຮັກສາດີແລ້ວເກືອບ 1.2 ລ້ານຄົນ ຫຼືເກືອບໃນ 1 ສ່ວນ 3 ຂອງຜູ້ຕິດເຊື້ອທັງໝົດ ເສີຍຊີວິດແລ້ວຫຼາຍກວ່າ 2.5 ແສນຄົນທົ່ວໂລກ ອັດຕາການເສີຍຊີວິດຢູ່ທີ່ 6.92% ໂດຍຜູ້ປ່ວຍໂຄວິດ-19 ລວມ 1 ສ່ວນ 3 ເປັນຜູ້ຕິດເຊື້ອໃນສະຫະລັດອາເມລິກາ

บุคลากรการแพทย์สหรัฐติดไวรัสโคโรนา 2019 กว่า 9,000 ราย เสียชีวิต ...

ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສໂຄໂຣນາແລ້ວຢ່າງນ້ອຍໃນ 180 ປະເທດ ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລິກາ (1,212,785 ຄົນ) ສະເປນ   (248,301 ຄົນ) ອີຕາລີ (211,938 ຄົນ)  ອັງກິດ  (190,584 ຄົນ) ແລະ ຝລັ່ງ (169,462 ຄົນ) ເຊິ່ງພົບຜູ້ຕິດເຊື້ອໃນຈີນແຜ່ນດິນໃຫຍ່ຄິດເປັນພຽງ 2.27% ຂອງຜູ້ຕິດເຊື້ອສະສົມທັງໝົດ

ສະຫະລັດອາເມລິກາ ມີຜູ້ປ່ວຍໂຄວິດ-19 ເສີຍຊີວິດຫຼາຍທີ່ສຸດເກືອບ 70,000 ຄົນແລ້ວ ຫຼັງ ສາທາລະນະສຸກ ກວດຫາເຊື້ອໄປແລ້ວກວ່າ 7.4ລ້ານຄົນທົ່ວປະເທດ ຕາມມາດ້ວຍອີຕາລີ (29,079 ຄົນ) ແລະ ອັງກິດ (28,734 ຄົນ)
US medical workers demand more help from the federal government to ...
ໂດຍຜູ້ຕິດເຊື້ອເກືອບ 1 ໃນ 3 ຂອງສະຫະລັດ ອາເມລິກາ ຢູ່ໃນລັດ ນິວຢອກ ອີກທັ້ງຍັງເປັນລັດທີ່ມີຜູ້ປ່ວຍໂຄວິດ-19 ເສີຍຊີວິດຫຼາຍທີ່ສຸດຂອງປະເທດ ຂະນະທີ່ ອາຊີ ສິງກະໂປຍັງຄົງພົບຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ສູງເຖິງ 18,778 ຄົນແລ້ວ ຕາມມາດ້ວຍອິນໂດເນເຊຍ  (11,587 ຄົນ) ແລະ ຟີລິບປິນ (9,485 ຄົນ)
Dispatch from Singapore: How Singapore is managing Covid-19 and ...

 

ແບ່ງປັນ