Breaking News

ປະຊາຊົນ “ຮົງກົງ” ຜູ້ທີ່ປະທ້ວງເອີ້ນ ໂຄວິດ-19 ວ່າ ໄວຣັສໂຄໂຣນາຈີນ…

ແບ່ງປັນ

ສໍານັກຂ່າວອອນລາຍຂອງຮົງກົງ Hong Kong Free Press (HKFP) ລາຍງານຄວາມເຫັນຂອງກຸ່ມຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕໃນຮົງກົງທີ່ຢືນຢັນວ່າ ພວກເຂົາຈະເອີ້ນໄວຣັສໂຄໂຣນາ 2019 ເຊິ່ງເປັນທີ່ມາຂອງ ໂລກໂຄວິດ-19 ວ່າ “ໄວຣັສໂຄໂຣນາຈີນ”

China's approach to containing coronavirus cannot be replicated ...

ທີ່ຜ່ານມາການລະບຸຊື່ປະເທດຈີນເປັນຊື່ເອີ້ນຂອງໄວຣັສໂຄໂຣນາ 2019 ໄດ້ກາຍເປັນປະເດັນຖົກຖຽງກັນເຖິງຄວາມເໝາະສົມ ໂດຍປະທານາທິບໍດີ ໂດນັລ ທໍາ ຂອງສະຫະລັດອາເມລິກາ ເຄີຍຢືນຢັນຈະເອີ້ນຊື່ໄວຣັສຊະນິດນີ້ວ່າ ໄວຣັສຈີນ ຫຼືໄວຣັສອູ່ຮັ່ນ ແຕ່ເກີດກະແສວິຈານຕໍ່ຕ້ານຢ່າງຮຸນແຮງຈາກຈີນ ແລະ ຝ່າຍທີ່ເບິ່ງວ່າ ການໃຊ້ຊື່ປະເທດ ຫຼືທາງພູມມີພາກເປັນຊື່ໄວຣັສນັ້ນ ເປັນການແບ່ງແຍກເຊື້ອຊາດ ແລະ ອາດກໍ່ໃຫ້ເກີດກະແສຕໍ່ຕ້ານຈີນ ຫຼືປະຊາຊົນເຊື້ອສາຍອາຊີ ເຊິ່ງອາດນໍາໄປສູ່ການກໍ່ຄວາມຮຸນແຮງ ຫຼືເຫດອາດຊະຍາກໍາ

COVID-19 in China: 47 new imported, no local cases
ເຖິງຢ່າງໃດກໍຕາມ ກຸ່ມເຄື່ອນໄຫວສະໜັບສະໜູນປະຊາທິປະໄຕໃນຮົງກົງຍັງເບິ່ງວ່າ ການລະບຸຊື່ປະເທດຈີນລົງໃນຊື່ຂອງໄວຣັສນັ້ນບໍ່ຜິດຫຍັງ ແລະ ຍັງຢືນຢັນທີ່ຈະເອີ້ນໄວຣັສໂຄໂຣນາ 2019 ວ່າ “ໄວຣັສໂຄໂຣນາ ຈີນ” ໂດຍບໍ່ສົນໃຈກະແສຕໍ່ຕ້ານ. ການສະແດງອອກດັ່ງກ່າວຂອງກຸ່ມຜູ້ປະທ້ວງໃນຮົງກົງຖືກເບິ່ງວ່າ ເປັນໜື່ງໃນແນວທາງການຕໍ່ຕ້ານລັດຖະບານຈີນທີ່ພະຍາຍາມຈໍາກັດເສລີພາບໃນການເວົ້າ ແລະ ການສະແດງອອກຂອງປະຊາຊົນ

ກຸ່ມຜູ້ປະທ່ວງໃນຮົງກົງສ່ວນໃຫຍ່ຍັງເບິ່ງວ່າ: ການເອີ້ນຊື່ ໄວຣັສໂຄໂຣນາຈີນນັ້ນເປັນເຄື່ອງເຕືອນໃຈວ່າ ຈີນຄວນຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນ ຫາກທົ່ວໂລກຜ່ານພົ້ນວິກິດຄັ້ງນີ້ ຂະນະທີ່ຫຼາຍຄົນເຫັນວ່າ ພັກຄອມມູນິດຈີນ ເປັນຕົວຮ້າຍຂອງເຫດການນີ້ ເນື່່ອງຈາກບໍ່ສາມາດຄວບຄຸມການລະບາດໄດ້ ກ່ອນທີ່ໂລກໂຄວິດ-19 ຈະແພ່ກະຈາຍໄປທົ່ວໂລກ ແລະ ເບິ່ງວ່າ ຈີນຕ້ອງຊົດໃຊ້ຈາກຄວາມປະມາດທີ່ເກີດຂຶ້ນ

Hong Kong reports 17 newly confirmed Covid-19 cases, 273 in total ...

ຜົນສໍາຫຼວດຈາກສໍານັກວິໄຈ Pew ໃນສະຫະລັດ ພົບວ່າ ປະຊາຊົນ ອາເມລິກາ 23% ເຊື່ອວ່າ ໄວຣັສໂຄໂຣນາ 2019 ຖືກເພາະຂຶ້ນຢ່າງຕັ້ງໃຈພາຍໃນຫ້ອງທົດລອງທີ່ເມືອງອູ່ຮັ່ນ ສູນກາງການແຜ່ລະບາດໃນຈີນ ແຕ່ຄວາມເຊື້ອນີ້ບໍ່ໄດ້ຮັບຄວາມສົນໃຈໃດໆ ຈາກຜູ້ຊ່ຽວຊານທີ່ກຳລັງສືບສວນທີ່ມາຂອງໄວຮັສຊະນິດນີ້
Singapore researchers culture COVID-19 coronavirus from patient ...

ໃນຮົງກົງມີປະຊາຊົນຈໍານວນຫຼາຍກ່າວຫາພຶດຕິກຳການກິນອາຫານທີ່ແປກ ແລະ ບໍ່ຖືກຫຼັກສຸຂະອະນາໄມ ເປັນສາເຫດໃຫ້ເກີດໂລກລະບາດຄັ້ງນີ້ ຂະນະທີ່ເຂົາເບິ່ງວ່າ ການທີ່ກຸ່ມຜູ້ປະທ້ວງເອີ້ນຊື່ໄວຣັສໂຄໂຣນາຈີນ ເປັນພຽງສ່ວນໜື່ງໃນແຜນການ ເຄື່ອນໄຫວທີ່ໃຫຍ່ກວ່າ ເພື່ອກໍ່ໃຫ້ເກີດການແບ່ງຂົ້ວລະຫວ່າງຈີນແຜ່ນດິນໃຫຍ່ ແລະ ຄົນຮົງກົງ ເຊິ່ງເປັນເປົ້າໝາຍຂອງຜູ້ປະທ້ວງໃນຮົງກົງຄື ການເປັນອິດສະຫຼະຈາກຈີນ ແລະ ການເອີ້ນຊື່ໄວຣັສໂຄໂຣນາຈີນເປັນໜື່ງໃນເຄື່ອງມືເພື່ອບັນລຸເປົ້າໝາຍນີ້

ແຫຼ່ງຂໍ້ມູນ: The Standard

ແບ່ງປັນ