Breaking News

ຊົມເຊີຍ! ກຸ່ມບໍລິສັດ K&C ມອບອຸປະກອນຕ້ານໂຄວິດ-19 ໃຫ້ແກ່ໂຮງຮຽນ ມສ ວຽງຈັນ…

ແບ່ງປັນ

ຕອນບ່າຍ ວັນທີ 15 ພຶດສະພາ 2020, ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ,  ບໍລິສັດ ເຄແອນຊີ ກຣຸບ ໄດ້ເຂົ້າມອບອຸປະກອນ ປ້ອງກັນ ຄວບຄຸມໂຄວິດ-19  ໃຫ້ກັບໂຮງຮຽນ ມສ ວຽງຈັນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ. ຕ່າງໜ້າບໍລິສັດ ເຄແອນຊີກຣຸບມອບໂດຍ  ທ່ານ ວັດທະນາ ແສງສຸລິຍາ  ຮອງປະທານບໍລິຫານການເງິນ ກຸ່ມບໍລິສັດ ເຄແອນຊີກຣຸບ  ແລະ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລບີ ມີເດຍລາວ ພ້ອມດ້ວຍຄະນະບໍລິຫານ , ເຊິ່ງກ່າວຮັບໂດຍ ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍ 10 ແກັດ ແລະ ຖົງຂີ້ເຫຍື້ອ ຜ້າໄວນິວ ລີໄຊໂຄ  ລວມມູນຄ່າ 10 ລ້ານກວ່າກີບ​

ທັງນີ້ກໍເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຂອງໂຮງຮຽນ ທີ່ໄດ້ເປີດຄືນໃຫມ່ແລ້ວໃນມື້ນີ້  ຂອງນັກຮຽນຊັ້ນມໍ 4 ແລະ ມໍ7  ຈຳນວນທັງໝົດ 944 ຄົນ ເນື່ອງຈາກ ໂຮງຮຽມ ມສ ວຽງຈັນເປັນ ໂຮງຮຽນລັດທີ່ມີນັກຮຽນຈຳນວນຫຼວງຫຼາຍ ແລະ ສ່ຽງທີ່ຈະເກີດການແຜ່ລະບາດຂອງພະຍາດໄວຣັດໂຄວິດ-19.

ບໍລິສັດ K&C Group ສ້າງຕັ້ງຂຶ້ນໃນປີ 1992,   ເປັນກຸ່ມບໍລິສັດໜຶ່ງໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາໃນລາວ ທີ່ມີຄວາມໝັ້ນຄົງ ແລະ ໜ້າເຊື່ອຖືທີ່ສຸດ ດຳເນີນທຸລະກິດມາໄດ້ 28 ປີແລ້ວ, ມີທັງໝົດ 27 ບໍລິສັດໃນເຄື່ອບໍ່ວ່າຈະເປັນ ທຸລະກິດສື່ໂຄສະນາ, ທຸລະກິດຮ້ານອາຫານ, ອະສັງຫາລິມະຊັບ ແລະ  ການສຶກສາ,  ຜູ້ກໍ່ຕັ້ງ K&C Group ແມ່ນທ່ານ ກິດສະໜາ ວົງໄຊ  ແລະ ທ່ານນາງ ຈັນທະຈອນ ວົງໄຊ ເຊິ່ງໄດ້ຮັບແຮງບັນດານໃຈໃຫ້ພັດທະນາທຸລະກິດທີ່ຫຼາກຫຼາຍ, ບໍລິສັດໃນເຄື່ອປະກອບມີ:  Meidea Full Service Agency, Target Magazine, Kuanjai online, Panyathip Advertising, SengLao Cafe, Kaogee Cafe,  Vientiane Ticketing Service (VTS),  Le padeak,  Kafe Lao &  Panyathip.PlanB Meedia, Lao Ford city, EFG Express, Vientiane Carton, LT Plastic, KS Holding, Bounson Transport, 7 Digital, Pro Active, KC Residencc, Panyathip Advertising, K33 fitness Studio, Samart Event Organizer, Digital Monkey, Izumi Acadamy Laos, PINGU’S, Shichida Laos, A List Modeling.

 

 

ແບ່ງປັນ