Breaking News

ປະເທດຊາດຈາລຶກບຸນຄຸນ “ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ” ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ

ແບ່ງປັນ

ຄະນະບໍລິຫານງານສູນກາງພັກສູງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ຄອບຄົວແກ້ວບຸນພັນ ພ້ອມປວງຊົນລາວ ຈຳນວນຫລວງຫລາຍ ໄດ້ພ້ອມກັນເຂົ້າຮ່ວມພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເຊິ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນໃນບັນດາການນໍາຮຸ່ນທໍາອິດທີ່ກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ.
ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດຫລວງ ຢ່າງເປັນທາງການ ແລະ ຢ່າງສົມກຽດ ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາ.

ເຂົ້າຮ່ວມພິທີຊາປະນະກິດສົບ ມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ, ສະມາຊິກສະພາແຫ່ງຊາດ, ສະມາ ຊິກລັດຖະບານ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕາງໜ້າທູຕານຸທູດຕ່າງປະເທດປະຈໍາລາວ, ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍປວງຊົນລາວ ເພື່ອຮ່ວມກັນຈາລຶກເຖິງຄຸນງາມຄວາມດີຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII, VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII, VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ອະດີດລັັດຖະມົນຕີກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ພວກເຮົາມາເຕົ້າໂຮມກັນຢູ່ທີ່ນີ້ເພື່ອໄວ້ອາໄລ ແລະ ອໍາລາ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 1 ພຶດສະພາ ປີ 1928 ໃນຄອບຄົວຊາວນາທຸກຍາກ ທີ່ບ້ານຫ້ວຍກະລຶນ, ຕາແສງເມືອງປົວ, ເມືອງວຽງໄຊ, ແຂວງຫົວພັນ, ເປັນບຸດຂອງ ທ່ານ ແກ້ວບຸນຊູ ແລະ ນາງ ປ້ານ ມີເອື້ອຍນ້ອງຮ່ວມອຸທອນດຽວກັນ 3 ຄົນ, ຍິງ 1 ຄົນ. ສະຫາຍໄດ້ສ້າງຄອບຄົວກັບ ນາງ ຫລ້າ ແກ້ວບຸນພັນ ມີລູກນຳກັນ 4 ຄົນ, ເປັນຍິງທັງໝົດ, ປັດຈຸບັນຢູ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນລູກກຳພອຍ ພໍ່ແມ່ເສຍຊີວິດ ແຕ່ເພິ່ນຍັງນ້ອຍ. ຍ້ອນຄວາມທຸກຍາກຂາດເຂີນ ເພິ່ນຈຶ່ງໄດ້ຊອກທຸກວິທີຫາລ້ຽງຄອບຄົວ ເພື່ອມີຊີວິດຢູ່ລອດ. ໃນຊີວິດເຍົາໄວຂອງເພິ່ນ ກໍຄືປະຊາຊົນລາວບັນດາເຜົ່າ ຢູ່ໃນສະພາບແວດລ້ອມທີ່ປະເທດຊາດຕົກຢູ່ໃຕ້ການປົກຄອງອັນໂຫດຮ້າຍປ່າເຖື່ອນຂອງຈັກກະພັດລ່າເມືອງຂຶ້ນ ແລະ ພວກລູກແຫລ້ງຕີນມື ເຮັດໃຫ້ເພິ່ນເກີດມີຄວາມຕື່ນຕົວຮັກຊາດ, ມີຄວາມຄຽດແຄ້ນຕໍ່ພວກຮຸກຮານ ພ້ອມທັງເກີດມີຄວາມຄິດສະແຫວງຫາອິດສະຫລະພາບ ແລະ ຄວາມເປັນທຳ ຈຶ່ງກາຍເປັນຜູ້ທີ່ມີຄວາມຕື່ນຕົວເຂົ້າຮ່ວມຂະບວນການຕໍ່ສູ້ຂອງປະຊາຊົນຕັ້ງແຕ່ຍັງເຍົາໄວ, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມການປະຕິວັດເລີ່ມແຕ່ວັນທີ 15/04/1947, ເຂົ້າເປັນທະຫານລາວອິດສະຫລະ ເລີ່ມແຕ່ກາງປີ 1947 ເຊິ່ງເວລານັ້ນມີອາຍຸພຽງ 19 ປີ. ຜ່ານຂະບວນການເຄື່ອນໄຫວປະຕິວັດຢ່າງຫ້າວຫັນຟົດຟື້ນ, ເດັດດ່ຽວ ແລະ ກ້າຫານ, ສະຫາຍ ໄດ້ຖືກຮັບເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ວັນທີ 01/05/1950.

ຂອບໃຈແຫລ່ງຂໍ້ມູນ: ABC Laos news ສຳນັກຂ່າວເອບີຊີລາວ

 

 

ແບ່ງປັນ