Breaking News

ຂ່າວດີຂອງໂລກ!! ວັກຊີນຕ້ານ Covid-19 ທົດສອບກັບຄົນໃຊ້ໄດ້ຜົນແລ້ວ… ຄາດວ່າຈະຜະລິດສໍາເລັດໃນທ້າຍປີນີ້!!

ແບ່ງປັນ

ຂ່າວດີຂອງຊາວໂລກ… ເມື່ອບໍລິສັດ Moderna Inc ເຊິ່ງເປັນບໍລິສັດໃນທຸລະກິດ Biotech ຂອງ ສ.ອາເມຣິກາ ໄດ້ຈັດຖະແຫຼງການໃນມື້ວານນີ້ວ່າ ຜົນການທົດລອງທາງ Clinic ໃນການສີດວັກຊີນຕ້ານ Covid-19 ໄດ້ເຮັດໃຫ້ຮ່າງກາຍຂອງອາສາສະໝັກ ສາມາດຜະລິດ Antibody ເຊິ່ງສາມາດຂ້າເຊື້ອໄວຣັສໃນຜູ້ປ່ວຍ Covid-19 ໄດ້…

ໃນການທົດສອບແມ່ນໄດ້ແບ່ງກຸ່ມອອກເປັນ 3 ກຸ່ມ ກຸ່ມລະ 15 ຄົນຄື:

  • 25 ໄມໂຄຼກຣັມ ສໍາລັບ ຜູູ້ທີ່ເຄີຍເປັນແລ້ວເຊົາ
  • 100 ໄມໂຄຼກຣັມ ສໍາລັບ ຜູ້ທີ່ເປັນແລ້ວກັບມາເປັນອີກ
  • 250 ໄມໂຄຼກຣັມ ສໍາລັບ ຜູ້ທີ່ມີຜົນຂ້າງຄຽງເລັກນ້ອຍ Dose ຫຼາຍໄປ! ບໍ່ຈໍາເປັນ

ຜົນການສຶກສາທີ່ດໍາເນີນການໂດຍສະຖາບັນສຸຂະພາບແຫ່ງຊາດ (NIH) ພົບວ່າ ລະດັບຂອງ Antibody ດັ່ງກ່າວເທົ່າກັບໃນຕົວຢ່າງເລືອດຂອງຄົນເຈັບທີ່ຝື້ນຕົວຈາກ Covid-19; Moderna ຍັງລະບຸອີກວ່າ ວັກຊີນດັ່ງກ່າວ ທີ່ມີຊື່ວ່າ mRNA-1273 ມີຄວາມປອດໄພ ແລະ ຕອບສະໜອງໄດ້ດີໃນການທົດລອງໃນໄລຍະທໍາອິດ. ແລະກໍາລັງເຮັດການທົດສອບກັບຄົນກຸ່ມໃຫຍ່ຂຶ້ນ ຖ້າໃຊ້ໄດ້ຜົນດີຄືເກົ່າ ກໍຈະຜະລິດວັກຊີນໃຫ້ແລ້ວໃນທ້າຍປີນີ້.

ແລະ ນີ້ກໍເປັນຂ່າວດີທີ່ສຸດທີ່ ຂວັນໃຈ ນໍາມາຕ້ອນກັນໃນມື້ນີ້!! ກໍຂໍໃຫ້ຜົນການທົດລອງຄັ້ງນີ້ອອກມາສໍາເລັດດ້ວຍດີ ໃຫ້ປະຊາຊົນທັງໂລກໄດ້ອຸ່ນໃຈຂຶ້ນຕຶ່ມ…

Cr: LDA ลดา – Ladies of Digital Age

ແບ່ງປັນ