Breaking News

ນາຍົກລັດຖະມົນຕີ ນີວຊີແລນ ຖືກຮ້ານອາຫານດັງປະຕິເສດ ເນື່ອງຈາກໂຕະເຕັມ ແລະ ຕ້ອງເວັ້ນໄລຍະຫ່າງຕາມກົດຊ່ວງ Covid-19 …

ແບ່ງປັນ
COVID-19
ເມື່ອວັນທີ 16 ພຶດສະພາ 2020 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jacinda Ardern ນາຍົກລັດຖະມົນຕນີວຊີແລນ ແລະ ສາມີ ຖືກປະຕິເສດບໍ່ໃຫ້ເຂົ້າໃຊ້ບໍລິການຮ້ານດັ່ງແຫ່ງໜື່ງ ເນື່ອງຈາກວ່າຄົນໃນຮ້ານເຕັມ ແລະ ທາງຮ້ານຈໍາເປັນຕ້ອງປະຕິບັດຕາມນະໂຍບາຍ Social Distancing ຢ່າງເຄັ່ງຂັດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19
ร้านอาหารนิวซีแลนด์เว้นระยะห่าง แม้แต่นายกฯก็เข้าไม่ได้
ທ່ານນາງ Jacinda Ardern  ແລະ ສາມີ ໄດ້ເດີນທາງໄປທີ່ຮ້ານ  Olive ເຊິ່ງເປັນຮ້ານອາຫານ ແລະ ຄາເຟ່ ຊື່ດັງໃນກຸງ ເວລລິງຕັນ ເມືອງຫລວງຂອງປະເທດນິວຊີແລນ ໃນວັນເສົາທີ່ຜ່ານມາ ເຊິ່ງທາງຮ້ານໄດ້ຈັດໂຕະຫ່າງຈາກກັນປະມານ 1 ແມັດ ໂດຍ ໂຈອີ້  ລູກຄ້າທີ່ພົບເຫັນເຫດການໄດ້ເລົ່າວ່າ ຕົນເອງຕົກໃຈຫຼາຍທີ່ເຫັນນາຍົກລັດຖະມົນຕີມາທີ່ຮ້ານອາຫານແຫ່ງນີ້ ແລະ ກໍຖືກປະຕິເສດບໍ່ໃຫ້ເຂົ້າຮ້ານ
นายกนิวซีแลนด์ ชวนสามีไปคาเฟ่ ถูกร้านปฏิเสธ โต๊ะเต็ม ต้องรักษาระยะห่าง
ໃນເວລາຕໍ່ມາ ສາມີຂອງທ່ານນາຍົກ ກໍໄດ້ມາທະວິດຂໍ້ຄວາມຕອບ ໂຈອີ້ ວ່າ ເລື່ອງນີ້ເປັນຄວາມຜິດຂອງຕົນເອງທີ່ບໍ່ໄດ້ຈອງໂຕະໄວ້ກ່ອນລ່ວງໜ້າ ພ້ອມທັງເວົ້າວ່າ ມັນເປັນເລື່ອງທີ່ດີຫຼາຍທີ່ຕົນກັບພັນລະຍາຖືກທາງຮ້ານໄລ່ອອກໄປ ເພາະເຮັດຕາມກົດໝາຍ ແລະ ພວກເຂົາກໍບໍລິການດີແລ້ວ
ທາງດ້ານ ເຈົ້າຂອງຮ້ານ Olive  ເປີດເຜີຍວ່າ ນາງ Jacinda Ardern   ແລະ ສາມີ ຈໍາເປັນຕ້ອງລໍຖ້າຄືກັນຄົນອື່ນໆ ແຕ່ຫຼັງຈາກຖ້າໄປດົນພໍສົມຄວນ ຜູ້ຈັດການຮ້ານກໍປະຕິເສດບໍ່ໃຫ້ທັງສອງເຂົ້າຮ້ານ ເພາະຮ້ານເຕັມແລ້ວ ຈາກນັ້ນທັງສອງກໍອອກຈາກຮ້ານໄປ ກຳລັງຈະຮອດລົດ ແຕ່ຜູ້ຈັດການຮ້ານກໍແລ່ນໄປນໍາໃຫ້ກັບມາ ເພາະບັງເອີນວ່າໂຕະວ່າງພໍດີ
PM New Zealand Wanita Pertama Bawa Bayi Ke Sidang PBB - Oh! Media
ເຈົ້າຂອງຮ້ານ ເວົ້າອີກຕື່ມວ່າ ທາງຮ້ານໄດ້ບໍລິການ ນາງ Jacinda Ardern   ແລະ ສາມີ  ຄືກັບລູກຄ້າທົ່ວໄປ ບໍ່ໄດ້ມີຄວາມພິເສດໃດໆ ເພາະ ທ່ານນາຍົກນັ່ງກິນອາຫານປະມານ 30 ນາທີ ກໍອອກຈາກຮ້ານໄປ ແລະ ທ່ານກໍເປັນຄົນ Friendly ແລະ ປະຕິບັດຕົວດີ ສຸພາບ ນ່າຮັກ ເປັນກັນເອງກັບພະນັກງານທຸກຄົນ
จาซินดา อาร์เดิร์น” นายกฯ กีวีผู้มีสีสัน | สยามรัฐ
ຂອບໃຈແຫຼ່ງຂໍ້ມູນ: kapook.com
ແບ່ງປັນ