Breaking News

ໃກ້ຈະສິ້ນສຸດໜ້າທີ່!! ໂສລະຍາ Miss Teen Laos 2019 ໂພສຂອບໃຈກອງປະກວດ ພ້ອມຝາກເຖິງນ້ອງໆທີ່ຈະມາເປັນ Miss Teen ຄົນຕໍ່ໄປ…

ແບ່ງປັນ

ລະດູການ ນາງງາມ ກໍາລັງເລີ່ມຕົ້ນ… ທຸກໆປີຈະມີລະດູການ ນາງງາມ (ແອັດຕັ້ງເອງ 555+) ເພາະຫຼາຍເວທີຈະເລີ່ມເປີດຮັບສະໝັກໃຫ້ນ້ອງໆທີ່ມີຄວາມງາມ ແລະ ຄວາມສາມາດໄດ້ເຂົ້າຮ່ວມແຂ່ງຂັນ ລວມໄປເຖິງເວທີ Miss Teen Laos ທີ່ຈັດຂຶ້ນເປັນປີທໍາອິດໃນປີ 2019 ເຊິ່ງຜູ້ທີ່ໄດ້ຮັບຕໍາແໜ່ງເປັນ Miss Teen Laos ນັ້ນກໍຄື ນ້ອງ ໂສລະຍາ ຄອນດີ ພ້ອມທັງເປັນ​ສາວງາມຄົນ​ທຳ​ອິດ​ຂອງ​ປະ​ເທດ​ລາວ ທີ່ໄດ້ໄປປະກວດເວ​ທີນາງງາມລະດັບສາກົນຄື Miss Teen International 2019 ທີ່ປະເທດ ອິນເດຍ ໃນເດືອນ ທັນວາ 2019. ແລະ ກໍຕິດ​ທ໋ອບ Top 7 Miss Teen International 2019 ​ພ້ອມທັງໄດ້ຮັບລາງວັນ ​ຂວັນ​ໃຈ​ຊ່າງ​ພາບ​ ມາຄອງ ເປັນໜ້າຕາໃຫ້ກັບປະເທດລາວນັ້ນເອງ… ປັດ​ຈຸ​ບັນ ໂສລະຍາ ກໍ​ໄດ້​ຮັບບົດບາດຫຼາກຫຼາຍໃນວົງການບັນເທີງລາວ ທັງເປັນ​ນັກ​ສະ​ແດງ, ນາງ​ແບບ ​ສັງ​ກັດ​ຢູ່​ຄ້າຍ ຫຼື ບ້ານ Tara Academy Agency Laos ແລະ ກໍຍັງຄົງຢູ່ໃນຕໍາແໜ່ງ Miss Teen Laos 2019 ຢູ່!!

ແຕ່ຫຼ້າສຸດ ໂສລະຍາ ໄດ້ໂພສຮູບຜ່ານ Facebook ສ່ວນຕົວ ພ້ອມ ແຄັບຊັ່ນປະມານວ່າ ໃກ້ຈະສິ້ນສຸດໜ້າທີ່ຂອງ ໂສລະຍາ ໃນຕໍາແໜ່ງ Miss Teen Laos ແລ້ວ ຈຶ່ງໄດ້ຂອບມາຍັງກອງປະກວດ, ຜູ້ສະໜັບສະໜູນທຸກພາກສ່ວນ ພ້ອມທັງຝາກເຖິງນ້ອງໆ ຜູ້ທີ່ຈະມາເປັນ Miss Teen Laos ໃນປີນີ້…

Image may contain: 1 person, smiling

Image may contain: 1 person, smiling

ບົດຄວາມ: Kuanjai

ຮູບພາບຈາກ: Soraya’s Conde

ແບ່ງປັນ