Breaking News

ຂໍເປັນກໍາລັງໃຈໃຫ້!!! ເມຍ ກິດາວເພັດ ໂພສສຸດທໍລະມານໃຈ ສາມີເສຍຍັງທໍາໃຈບໍ່ໄດ້ ລູກຊາຍ (ນ້ອງບອຍ) ມາປ່ວຍອີກຄົນຈົນຕ້ອງຜ່າຕັດ…

ແບ່ງປັນ

ຂ່າວຄາວການສູນເສຍນັກຮ້ອງລູກທົ່ງຊື່ດັງ ອາຈານ ກິດາວເພັດ ໜູຫ່ວງ ຍັງບໍ່ຊາ ຄອບຄົວກໍຍັງທໍາໃຈບໍ່ໄດ້ ໂດຍສະເພະຜູ້ເປັນເມຍ ຄືເອຶ້ອຍ ຄໍາພຸດ ໜູຫ່ວງ ທີ່ແອັດຫາກໍນໍາສະເໜີໄປວ່າງອາທິດແລ້ວນີ້ ກ່ຽວກັບສະພາບຈິດໃຈແມ່ນ ຍັງໜັກໜ່ວງພໍສົມຄວນ… ແຕ່ຫຼ້າສຸດມື້ວານນີ້ກໍເຫັນມີການໂພສເສົ້າອີກຮອບ ຫຼັງຈາກນ້ອງ ບອຍ ສິນາວຸດ ໜູຫ່ວງ ລູກຊາຍກົກປ່ວຍກະທັບຫັນ (ຍັງບໍ່ແນ່ໃຈອາການປ່ວຍ) ຈົນຕ້ອງໄດ້ເຂົ້າຮັບການຜ່າຕັດ ເຊິ່ງຫຼັງຈາກໂພສດັ່ງກ່າວເຜີຍແຜ່ອອກມາ ແຟນເພງ ແລະ ຊາວເນັດກໍໄດ້ເຂົ້າໄປຄອມເມັ້ນໃຫ້ກໍາລັງເປັນຈໍານວນຫຼວງຫຼາຍ ລວມທັງແອັດມິ້ນເອງທີ່ອ່ານ ຂໍ້ຄວາມຂອງເອຶ້ອຍເພິ່ນແລ້ວ ທັງຮູ້ສຶກເສົ້າໂສກ ສົງສານ ແບບບອກບໍ່ຖືກ ເຂົ້າໃຈເຖິງຫົວອົກຄວາມເປັນເມຍທີ່ຫາກໍສູນເສຍສາມີອັນເປັນທີ່ຮັກໄປບໍ່ດົນ ຫົວອົກຄວາມເປັນແມ່ທີ່ເປັນຫ່ວງລູກສຸດຫົວໃຈ… ຈັ່ງໃດ ຂວັນໃຈ ກໍຂໍເປັນອີກໜຶ່ງກໍາລັງໃຈສົ່ງໄປໃຫ້ເອຶ້ອຍຈົ່ງເຂັ້ມແຂງຕໍ່ສູ້ກັບອຸປະສັກຕ່າງໆ ເປັນກໍາລັງໃຈໃຫ້ ນ້ອງບອຍ ເຊົາໄວໆກັບມາເປັນກໍາລັງໃຈໃຫ້ແມ່ເດີ້!!!

ໂພສເສົ້າ…

ຂໍໃຫ້ປອດໄພ ກັບມາເປັນກໍາລັງໃຈໃຫ້ແມ່ເດີ້ນ້ອງບອຍ

Image may contain: 4 people, outdoor

Image may contain: 6 people, indoor

Image may contain: 3 people, people standing and outdoor

ຮູບພາບຈາກ: Boyz Sinavoth Nouhuang

ແບ່ງປັນ