Breaking News

ຊົມເຊີຍ!! ອອນອານົງ Miss Universe Laos 2018 ຜູ້ຄວ້າຊຸດຈໍາປະຈໍາຊາດດີເດັ່ນຈາກເວທີສາກົນ ສູ່ນັກຊຸກຍູ້ການທ່ອງທ່ຽວແບບຍືນຍົງ…

ແບ່ງປັນ

ຖ້າເວົ້າເຖິງຊື່ ອອນອານົງ ຫອມສົມບັດ ຫຼາຍຄົນອາດຈະເຄີຍຄຸ້ນຫູກັນຢູ່ແມ່ນບໍ່ ຫຼືບາງຄົນອາດຈະຮູ້ຈັກເປັນຢ່າງດີໃນນາມ Miss Universe Laos 2018 ທີ່ສາມາດໄປຄວ້າລາງວັນຊຸດປະຈໍາຊາດຈາກເວທີນາງງາມລະດັບໂລກຄື Miss Universe 2018 ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໃນປີ 2018 ທີ່ຜ່ານມາ… ແຕ່ຫຼັງຈາກທີ່ໄດ້ສິ້ນສຸດວາລະການເປັນ Miss Universe Laos ແລ້ວ ສາວອອນຂອງເຮົາກໍໄດ້ຫາຍໜ້າຫາຍຕາໄປຈາກວົງການນາງງາມ ແລະ ວົງການບັນເທີງ ຈົນເກືອບວ່າບໍ່ມີສື່ໃດອອກຂ່າວຄາວກ່ຽວກັບສາວອອນເລີຍ!!!

ในภาพอาจจะมี 3 คน, ผู้คนกำลังยืน

ไม่มีคำอธิบายรูปภาพ

ຈົນຫຼ້າສຸດ ແອັດມິ້ນ ກໍເປັນຄົນໜຶ່ງທີ່ເຄີຍສໍາພາດສາວອອນ (ສະໄໝຍັງບໍ່ໄດ້ຕໍາແໜ່ງ) ດ້ວຍມັກໃນຄວາມຄິດຂອງນາງ (ໃນນາມ FC) ຈຶ່ງໄດ້ໄປສ່ອງ F.B ສ່ວນຕົວຂອງສາວອອນເພື່ອເບິ່ງການເຄື່ອນໄຫວຕ່າງ… ກໍໄດ້ຮູ້ວ່າສາເຫດທີ່ສາວອອນຫ່າງຫາຍຈາກວົງການບັນເທີງນັ້ນ ເປັນຍ້ອນວ່າ ນາງໄດ້ຫັນໄປທຸ່ມເທເອົາໃຈໃສ່ກັບວຽກສັງຄົມຢ່າງຈິງຈັງ ນາງເຮັດໜ້າທີ່ເປັນ Public figure ໃນຖານະນາງງາມ; ເປັນພະນັກງານດ້ານການສື່ສານໃຫ້ກັບອົງກອນ NGO ແຫ່ງໜຶ່ງ ຍ້ອນຄວາມມຸ່ງມັ້ນທີ່ຈະເຊື່ອມຕໍ່ໃຫ້ຄົນໃກ້ກັນຫຼາຍຂຶ້ນຜ່ານທຸລະກິດການທ່ອງທ່ຽວນັ້ນເອງ…

อรอนงค์ หอมสมบัติ​ Miss Universe Laos นางงามนักรณรงค์​ผู้ผลักดันความยั่งยืนนอกเวที

ວ້າວ… ຮູ້ແບບນີ້ແລ້ວບອກໄດ້ຄໍາດຽວວ່າ ສຸດຍອດຫຼາຍ ເປັນນາງງາມທີ່ງາມທັງໜ້າຕາ ແລະ ຈິດໃຈບໍ່ພໍ ແຕ່ງາມດ້ວຍຄວາມຕັ້ງໃຈ ແລະ ລົງມືເຮັດພ້ອມ ອັນນີ້ແຫຼະ ທີ່ຄວນຍົກຍ້ອງ!!! ແນວໃດກໍຕາມ ເຖິງວ່າຈະບໍ່ຄ່ອຍເຫັນໜ້າຕາ ສາວອອນ ໃນແວດວົງບັນເທີງ ແຕ່ແຟນຄຣັບຕົວຈິງຂອງນາງ ກໍຍັງຄອຍຕິດຕາມການເຄື່ອນໄຫວ ແລະ ຊື່ນຊົມຜົນງານຢູ່ສະເໝີ.

ในภาพอาจจะมี 1 คน, กำลังยิ้ม

ในภาพอาจจะมี 1 คน, กำลังยิ้ม

ในภาพอาจจะมี 1 คน, กำลังยิ้ม

ຮູບພາບຈາກ: On-anong Homsombath

ແບ່ງປັນ