Breaking News

Congratulations… ແຮນນ່າ ໂຣເຊັນບູ້ມ Miss Asia 2019 ນາງເອກຂວັນໃຈໄວໜຸ່ມ ສໍາເລັດການສຶກສາແລ້ວ!!!

ແບ່ງປັນ

ຫຼັງຈາກໄປສ້າງຊື່ສຽງໃຫ້ກັບປະເທດລາວ ເທິງເວທີນາງງາມ Miss Asia 2019 ໄດ້ສໍາເລັດ ກັບຕໍາແໜ່ງ Miss social media ສໍາລັບສາວນ້ອຍໄວ 19 ປີ ທີ່ຫຼາກຫຼາຍຄວາມສາມາດຄື ແຮນນ່າ ໂຣເຊັນບູ້ມ ໄພວັນ ເຊິ່ງກໍຖືໄດ້ວ່າເປັນການສ້າງປະຫວດສາດໃຫ້ກັບວົງການນາງງາມ ເທີງເວທີສາກົນອີກຄົນໜຶ່ງ ຫຼັງຈາກນັ້ນກໍມີຜົນງານອອກມາໃຫ້ເຫັນຢ່າງເປັນປະຈໍາ ແລະ ເມື່ອບໍ່ດົນມານີ້ກໍໄດ້ມີຂ່າວຄາວອອກມາອີກວ່າ ສາວແຮນນ່າ ຈະໄປຮ່ວມແຂ່ງຂັນໃນລາຍການ Girl Group RapStar ທີ່ປະເທດໄທ ໃນໄວໆນີ້ອີກດ້ວຍ. ເຊິ່ງແຟນຄຣັບກໍຕັ້ງໃຈຖ້າເບິ່ງຢ່າງໃຈຈົດໃຈຈໍ່ ເພາະດ້ວຍຄວາມສາມາດລະດັບນີ້ແລ້ວ ເຊື່ອວ່າ ນາງອາດຈະໄປສ້າງປະຫວັດສາດເທິງເວທີດັ່ງກ່າວກໍເປັນໄດ້… ແຕ່ທັງໝົດທັງມວນທີ່ເວົ້າມານັ້ນ ກໍພຽງຢາກໃຫ້ເຫັນເຖິງຄວາມສາມາດຂອງ ສາວນ້ອຍ ໂຕນ້ອຍໆ ຄົນນີ້ ເຊິ່ງກໍເປັນແມ່ຍິງລາວ ແລະ ເປັນຄວາມພາກພູູມໃຈຂອງຄົນລາວອີກຄົນໜຶ່ງ!! ສິ່ງສໍາຄັນທີ່ແອັດມາເລົ່າເຖິງ ແຮນນ່າ ໃນມື້ນີ້ ກໍພຽງຢາກຈະພາແຟນໆມາຮ່ວມສະແດງຄວາມຍິນດີ ກັບນາງໃນມື້ສໍາເລັດການສຶກສານັ້ນເອງ… ຂວັນໃຈ ແລະ ແຟນໆທຸກຄົນຂໍສະແດງຄວາມຍິນດີກັບ ແຮນນ່າ ກັບການປະສົບຄວາມສໍາເລັດດ້ານການສຶກສາຂັ້ນທໍາອິດ (ມ7) ພ້ອມທັງຂໍໃຫ້ ແຮນນ່າ ປະສົບຄວາມສໍາເລັດໃນທຸກສິ່ງທີ່ຕັ້ງໃຈໃນອະນາຄົດເດີ້!! ແລະ ເປັນດາວປະດັບຟ້າຂອງວົງການບັນເທີງລາວຕະຫຼອດໄປເດີ້… #Love

ຮຽນຈົບແລ້ວ…

ในภาพอาจจะมี 1 คน

ສະແດງຄວາມຍິນດີນໍາຄົນເກັ່ງ…

ในภาพอาจจะมี 3 คน, ผู้คนกำลังยืน และดอกไม้

ພໍ່-ແມ່-ລູກ ຄອບຄົວໜ້າຮັກ

ในภาพอาจจะมี 3 คน, ผู้คนกำลังยืน

ນ້ອງຊາຍສຸດຫລໍ່…

ในภาพอาจจะมี 2 คน, ผู้คนกำลังยืน

ໜ້າຮັກ…

ในภาพอาจจะมี 5 คน, ผู้คนกำลังยืน และเด็ก

ແຟນໆມາຮ່ວມສະແດງຄວາມຍິນດີ…

ในภาพอาจจะมี 7 คน, ผู้คนกำลังยืน และเด็ก

ในภาพอาจจะมี 6 คน

ບົດຄວາມ: Kuanjai

ຮູບພາບ: Hannah Rosenbloom

 

ແບ່ງປັນ