Breaking News

ຮູ້ຈັກກໍານົດທິດທາງໃນການເຮັດວຽກ ເພື່ອຄວາມກ້າວໜ້າໃນອາຊີບ ແລະ ປະສົບຄວາມສໍາເລັດໃນຊີວິດ!!

ແບ່ງປັນ

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້:

Siam Safety

  1. ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ.
  2. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ.
  3. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ.
  4. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ.
  5. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່.
  6. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ.
  7. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ.
  8. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ.
  9. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ.
  10. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ.
ແບ່ງປັນ