Breaking News

ຕົ້ນແບບຂອງຄວາມຮັກທີ່ດີ!!! ຮັກດູແລເອົາໃຈໃສ່ເຊິ່ງກັນ ແລະກັນ ຈັບມືຢູ່ຄຽງຂ້າງຈົນຮອດວິນາທີສຸດທ້າຍຂອງຊີວິດ ເຖິງວ່າຈະຈາກກັນໄປກໍບໍ່ກິນແໜງ…

ແບ່ງປັນ

ເລື່ອງຄວາມຮັກສຸດແສນປະທັບໃຈທີ່ຢາກຈະມາແບ່ງປັນໃຫ້ແຟນໆຂວັນໃຈໃນມື້ນີ້… ເລື່ອງລາວຂອງພໍ່ຕູ້-ແມ່ຕູ້ຄູ່ໜຶ່ງໄດ້ຖືກເຜີຍແຜ່ທາງ Facebook: B’palamy Ppb ເຊິ່ງເປັນການໄວ້ອາໄລເຖິງພໍ່ຕູ້ຜູ້ລ່ວງລັບໄປແລ້ວ ໂດຍໃນຂໍ້ຄວາມໄດ້ເວົ້າເຖິງຄຸນງາມຄວາມດີ ແລະຄວາມຮັກທີ່ພໍ່ຕູ້ມີຕໍ່ແມ່ຕູ້ໃນຕອນທີ່ຍັງມີຊີວິດຢູ່ວ່າ…

ແມ່ເຖົ້າເລົ່າສູ່ຟັງວ່າ:
ແຕ່ກ່ອນແມ່ເຖົ້າເປັນລູກກຳພ້າກຳພອຍ ພໍ່ແມ່ເສຍແຕ່ຍັງນ້ອຍ ແຕ່ພໍ່ເຖົ້າແມ່ນເປັນລູກຕາແສງ, ນາຍບ້ານ. ພໍ່ເຖົ້າ ໄດ້ມັກຮັກ ກັບ ແມ່ເຖົ້າ ແລະແຕ່ງງານກັນແຕ່ຕອນແມ່ເຖົ້າ10ປາຍປີ ແລະ ໄດ້ຄອງຮັກກັນມາ ຈົນພໍ່ເຖົ້າ96ປີ. 70ປາຍປີທີ່ຄອງຮັກກັນມາ…ພໍ່ເຖົ້າບໍ່ເຄີຍຮ້າຍ, ບໍ່ເຄີຍດ່າ, ເວົ້າຮ້າຍແຮງໃສ່ແມ່ເຖົ້າ ຈົນນ້ຳຕາຕົກ ແມ່ນແຕ່ເທື່ອດຽວ… ລະກະບໍ່ເຄີຍຜິດກັນຮ້າຍແຮງຈົນພໍ່ປູ່ແມ່ຍ່າຮູ້ຈັກເທື່ອ ແລະ ທີ່ສຳຄັນ ແມ່ເຖົ້າເວົ້າວ່າ ແມ່ເຖົ້າບໍ່ເຄີຍຮັບຮູ້, ບໍ່ເຄີຍສຳຜັດ ຄຳວ່າ ຜົວຫລິ້ນສາວເປັນແນວໃດ? ຜົວໄປມີເມຍນ້ອຍເປັນແນວໃດ? ແມ່ເຖົ້າບໍ່ເຄີຍຮັບຮູ້ຄວາມຮູ້ສຶກນີ້ເລີຍ! ທ້າຍທີ່ສຸດ, ແມ່ເຖົ້າກະຕອບແທນພໍ່ເຖົ້າດ້ວຍຄວາມຊື່ສັດມາຕະຫຼອດ, ແມ່ເຖົ້າບໍ່ເຄີຍເອົາເລື່ອງບໍ່ດີຂອງຄອບຄົວຫລືຜູ້ເປັນຜົວໄປເວົ້າຢູ່ບ່ອນອື່ນ, ບໍ່ເຮັດໃຫ້ຜົວເສຍກຽດເສຍສັກສີຍ້ອນຕົນເອງ…ແລະ ແມ່ເຖົ້າກະເປັນຄົນທີ່ຈັບມືຢູ່ຄຽງຂ້າງພໍ່ເຖົ້າຈົນຮອດລົມຫາຍໃຈສຸດທ້າຍ? ພໍ່ເຖົ້າແມ່ເຖົ້າ ເປັນຕົ້ນແບບຊີວິດທີ່ເຂັ້ມແຂງ, ອົດທົນ, ດຸໝັ່ນ, ເປັນແບບຢ່າງທີ່ດີຫຼາຍໆຢ່າງໃຫ້ແກ່ລູກຫລານ… ແລະ 1ໃນນັ້ນ ເລື່ອງຄວາມຮັກ ກະເປັນສິ່ງທີ່ພວກເພິ່ນເຮັດໃຫ້ລູກຫຼານເຫັນ ແລະ ຄວນຮຽນເປັນແບບຢ່າງ…ຕົ້ນແບບຄວາມຮັກທີ່ຊື່ສັດໝັ້ນຄົງ, ຮັກດຽວໃຈດຽວ ຈົນລົມຫາຍໃຈສຸດທ້າຍຂອງຊີວິດ.

#ດ້ວຍຮັກແລະອາໄລ?
#ພໍ່ເຖົ້າຈັນປັນແກ້ວ
#ຄິດຮອດພໍ່ເຖົ້າສຸດຫົວໃຈ?

ในภาพอาจจะมี 2 คน, ผู้คนกำลังยืน

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

ในภาพอาจจะมี หนึ่งคนขึ้นไป

ในภาพอาจจะมี 2 คน, ดอกไม้

ຈາກເລື່ອງລາວຂອງພໍ່ຕູ້ກັບແມ່ຕູ້ຄູ່ນີ້ ຫວັງວ່າຄົງຈະເປັນບົດຮຽນ ແລະ ຕົ້ນແບບຂອງຄວາມຮັກໃຫ້ກັບຫຼາຍໆຄູ່ ທັງຄູ່ທີ່ເຄີຍຜິດພາດ ແລະ ຄູ່ທີ່ຍັງຮັກກັນດີ ໃຫ້ຫັນມາດູແລເອົາໃຈໃສ່ກັນຕຶ່ມ ເພາະຄົນເຮົາບໍ່ຮູ້ວ່າຈະຈາກກັນໄປມື້ໃດ ໃຫ້ເຮັດດີຕໍ່ກັນໃນຕອນທີ່ມີຊີວິດຢູ່ ຮອດເວລາຈາກກັນໄປຈຶ່ງບໍ່ຕ້ອງມານັ່ງກິນແໜງແຄງໃຈ… ແລະ ສຸດທ້າຍກໍຂໍໃຫ້ພໍ່ຕູ້ທີ່ລ່ວງລັບຈົ່ງໄປສູ່ພົບພູມທີ່ດີ ຂໍໃຫ້ແມ່ຕູ້ເຂັ້ມແຂງ ສຸຂະພາບແຂງແຮງເດີ້!!!

Cr: B’palamy Ppb

ແບ່ງປັນ