Breaking News

ຊໍາຊຸງຈັດກິດຈະກໍາສົ່ງເສີມການຂາຍ

ແບ່ງປັນ

 

ໃນວັນທີ 4 ກຸມພາ 2017 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີງານກິດຈະກຳເປີດໂຕ Samsung Galaxy A 2017ໃນຫົວຂໍ້ “ຖ່າຍພາບໄດ້ໃຈ ລຸຍໄປທຸກບ່ອນ ແລະ ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກລດ A ກັບ Grade A Young Talent Contest”ເຊິ່ງງານໄດ້ຈັດຂຶ້ນທັງໝົດ 2 ມື້ຄືວັນທີ 4 ແລະ 5 ກຸມພາ 2017, ທ່ານ ນາງ ສະຣັນຢາ ໄພບູນນຸກູນກິດ ຫົວໜ້າພະແນກ IT & Mobile Communication ບໍລີສັດລາວຊໍາຊຸງເອເລັກໂຕນິກ ຈໍາກັດ ຜູ້ດຽວ ໄດ້ຂຶ້ນກ່າວເປີດງານ ແລະ ຕ້ອນຮັບບັນດາແຂກ.

ພາຍໃນງານຍັງມີການສະແດງ, ການເປີດຕົວພີເຊັນເຕີໜ້າໃໝ່ສໍາລັບມີຖືລຸ້ນນີ້ນັ້ນກໍຄືໄວໜຸ່ມໜ້າໃສທ້າວ ວົງພະຈັນ ກູ້, ທ້າວ ສຸກສົມຫວັງ ຫຍຸຍວານິສະວົງ ແລະ ນາງ ອາລີນ່າ ພິລາວົງ ເຊິ່ງທັງ 3 ຍັງໄດ້ມາເລົ່າເຖິງຄວາມປະທັບໃຈຈາກການນຳໃຊ້ຕົວຈິງມາແລ້ວວ່າເໝາະສົມກັບ Life Style ຂອງໄວລຸ້ນຍຸກໃໝ່ກັບ Samsung Galaxy A 2017 ທີ່ສຸດ.

ສ່ວນໃນວັນທີ 5 ກຸມພາ ໄດ້ມີການເປີດຕົວໂຄງການ ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກລດ A ກັບ Grade A Young Talent Contestໂດຍການຕັດສິນແມ່ນໄດ້ກຳມະການພິເສດ ທີ່ເປັນສິລະປິນແຖວໜ້າຂອງບ້ານເຮົາມາເປັນຄະນະກຳມະການຕັດສິນເຊັ່ນ: ລູກນໍ້າ ທິດາລັດ ວົງສິຣິ ດາຣານັກສະແດງ ນາງແບບ ແລະ  Miss Laos 2011, ແຊມ ວໍລະຈິດ ອິນທະລາພິທັກ ນັກຮ້ອງ-ນັກແຕ່ງເພງ ແລະ Music Director, ທ້າວ ທະວີໄຊ ໄຊທິລາດ (ຕ້າ ເອແພັກ) ສິລະປິນ ນັກຮອ້ງ-ນັກແຕ່ງເພງ ແລະ ທ້າວ ອຸ່ນຫຼ້າ ພາອຸດົມ ຫຼື ກາກ້າ ຄູສອນເຕັ້ນຈາກຄ້າຍເຕັ້ນຊື່ດັງຂອງລາວ (ຄ້າຍຟັງລາວ)ໂດຍມີຜູ້ເຂົ້າປະກວດທີ່ໄດ້ຜ່ານເຂົ້າຮອບ ຈາກການຄັດເລືອກໃນວັນທີ 23 ມັງກອນ 2017 ທີ່ຜ່ານມາລວມມີ 22 ທີມສຸດທ້າຍແບ່ງອອກເປັນ 3 ສາຂາການແຂ່ງຂັນນັ້ນກໍຄືການຮ້ອງເພງ 7 ຄົນ, ການເດີນແບບ 5 ຄົນ ຍິງ 5 ຊາຍ 5 ແລະ ການເຕັ້ນ Cover Dance 5 ທີມ, ຜູ້ທີ່ຊະນະເລີດຈະໄດ້ລາງວັນທຶນການສຶກສາ ແລະ ໂທລະສັບສະມາດທ໌ໂຟນ Samsung Galaxy A 2017, ສ່ວນຜູ້ທີ່ຊະນະເລີດຈະມີນ້ອງໆຄົນໃດແດ່ສາມາດຕິດຕາມທີ່ Facbook page ຂອງ Galaxy Laos Club.

ຄຸນສົມບັດຂອງສະມາດທ໌ໂຟນລຸ້ນໃໝ່ຫຼ້າສຸດນີ້ຈະມາໃນແບບທີ່ລຽບງ່າຍ ແຕ່ຫຼູຫຼາ ແລະ ລົງຕົວໃນທຸກມຸມມອງພ້ອມດ້ວຍກ້ອງໜ້າ ແລະ ຫຼັງເຖິງ 16 ລ້ານເມກາພິກເຊວ ພ້ອມຄວາມຄົມແຈ້ງໃນການສະແດງຜົນຂອງຈໍ ທີ່ມີສີສັນສົດໃສຂຶ້ນກວ່າເກົ່າ,ສຳລັບທ່ານໃດທີ່ຢາກສຳຜັດກັບ Samsung Galaxy A 2017 ແບບໃກ້ສິດພ້ອມຈັບຈອງເປັນເຈົ້າຂອງ ແລະ ສາມາດເຂົ້າໄປສອບຖາມລາຍລະອຽດສິນຄ້າ, ໂປໂມຊັນພ້ອມລາຄາໄດ້ທີ່ ຮ້ານຄ້າຕົວແທນຈຳໝ່າຍຊຳຊຸງໄດ້ທຸກສາຂາໃກ້ບ້ານທ່ານ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ແບ່ງປັນ