Breaking News

ບິນລັດຟ້າໂກອິນເຕີ້ເຮັດວຽກກັບສາຍການບິນກາຕ້າຄົນທໍາອິດ

ແບ່ງປັນ

ສົມກັບຄຳວ່າ ແມ່ຍິງລາວເກັ່ງບໍ່ນ້ອຍໜ້າຊາດໃດໃນໂລກແທ້ໆ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີນໍາ ນາງ ສຸມາໄລ ໂພທິສານ (ປຸ) ລູກເຮືອຍິງ ຄົນລາວຜູ້ທໍາອິດ ທີ່ເຮັດວຽກຢູ່ສາຍການບິນ ກາຕ້າ ແອເວ Qatar Airways ເຊິ່ງສາຍການບິນໂດ່ງດັງອັນດັບ 5 ດາວດີເດັ່ນຂອງໂລກ. ສາຍການບິນ Qatar Airways ເປັນສາຍການບິນ 5 ດາວຂອງໂລກ (ສູງສຸດຄື 5 ດາວ).   ເຊິ່ງສາຍການບິນທີ່ໄດ້ 5 ດາວກໍມີ 9 ສາຍການບິຄື: All Nippon Airways (ຍີ່ປຸ່ນ), Asiana Airlines (ເກົາຫລີ), Cathay Pacific Airways (ຮົງກົງ), Eitihad Airways (UAE), EVA Air (ໄຕ້ຫວັນ), Garuda Indonesia (ອິນໂດເນເຊຍ), Hainan Airlines (ຈີນ), Qatar Airways (ກາຕ້າ), Singapore Airlines (ສິງກາໂປ).  ບໍ່ເກັ່ງອີຫລີ້ ເພິ່ນຄືຈະບໍ່ຮັບເຂົ້າເຮັດວຽກນຳເນາະ. ຕິດຕາມສາວ ປຸ ໄດ້ ທີ່ Facebook: ສຸມາໄລ ໂພທິສານ

ຂໍຂອບໃຈ ຂໍ້ມູນຈາກ: ຂ່າວສານປະເທດລາວ ແລະ ຮູບຈາກ ເຟສບຸກ ສຸມາໄລ ໂພທິສານ

ແບ່ງປັນ