ປັດຈຸບັນວົງການບັນເທີງລາວກໍາລັງເຟື່ອງຟູ ເຫຼົ່າດາຣາ ນັກຮ້ອງ ເນັດໄອດອລ ເກີດຂຶ້ນທຸກມື້ຈົນແອັດກໍນໍາບໍ່ທັນວ່າໃຜເປັນໃຜ 555+ ບາງຄົນກະດັງແຮງ ແຕ່ແອັດຫູຕາເລີ່ມບໍ່ດີກະເລີຍຍັງບໍ່ໄດ້ນໍາສະເໜີຂ່າວໃຫ້ແຟນໆ ຂວັນໃຈ ໄດ້ຮູ້ຈັກເທື່ອ ຕ້ອງຂໍໂທດນໍາຫຼາຍໆເດີ້ ໂດຍສະເພາະກຸ່ມ 4 ສາວ ນັກຣີວິວທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ຄື 4 ສາວເຈົ້າຂອງເພຈ ຫລີຫລຽວ ທ່ຽວລາວ ຈົນກວ່າຊິຮູ້ຈັກພວກນາງກໍມີຄົນຕິດຕາມຫຼາຍພັນຄົນໄປແລ້ວ ແລະ ແຕ່ລະ VDO ຣີວິວຂອງພວກນາງທີ່ແອັດໄດ້ເບິ່ງມາ ກໍຂໍບອກໄດ້ເລີຍວ່າ ມ່ວນມັນຮາ ຈົນຕ້ອງເລື່ອນເບິ່ງທຸກຄຣິບຈ່າ!!! ມື້ນີ້ ແອັດກໍຂໍຖືໂອກາດນີ້ ມາແນະນໍາໃຫ້ຮູ້ຈັກກັບ 4 ສາວນີ້ເລີຍ…

ຄົນທໍາອິດມີຊື່ວ່າ: ໂອເລ້ ເນັດໄອດໍ້ ທີ່ມາຈາກເວທີ Lao super model ເປັນສາວທີ່ງາມເຊັກຊີ່ຫມັ້ນໃຈ ແລະ ເປັນຫນື່ງຄົນທີ່ມີຄວາມສາມາດຫຼາຍທັງເດີນແບບ ທັງການສະແດງແລະພິທີກອນ

ຄົນທີ່ສອງຊື່ວ່າ: ຕາໜຶ່ງ ເປັນສາວຄົນໜຶ່ງທີ່ເກັ່ງຫຼາຍ ໂດຍສະເພາະແມ່ນການເຕັ້ນ ແລະ ທີ່ສໍາຄັນແມ່ນໜ້າຕາງາມແຮງຈົນແມ່ຍິງຫຼາຍຄົນຍັງຕ້ອງອາຍ ເຊິ່ງຫຼາຍຄົນກໍເຊຍໃຫ້ປະກວດ Miss queen ຢູ່ຈ່າ

ຄົນທີ່ສາມຊື່ວ່າ: ເຈ ເພິ່ນນັ້ນມີດີກຣີເປັນ ເຈົ້າແມ່ແຟຊັ່ນ ເຊິ່ງມີຄະຕິວ່າ ບໍ່ຈຳເປັນຕ້ອງລາຄາແພງກໍ່ດູດີໄດ້ໄດ້

ຄົນສຸດທ້າຍຊື່ວ່າ ໂຕຊ້າງ ສາວດີເຈຮ່າງອວບ ທີ່ເກັ່ງເລື່ອງກາຍະສິນ ພ້ອມທັງຄວາມສາມາດອີກຫລາກຫລາຍ ແລະ ເປັນຄົນທີ່ເອັນເຕີເທນໝູ່ຕະຫຼອດ…





ຖ້າໃຜຢາກສໍາພັດກັບການຣີວິວທີ່ບໍ່ຮູ້ສຶກວ່າເບິ່ງໂຄສະນາຢູ່ ລອງເຂົ້າໄປເບິ່ງທີ່ເພຈນີ້ເລີຍເດີ້!!!

ຮູບພາບຈາກ: ຫລີລຽວ ທ່ຽວລາວ