ທ່າມກາງກະແສຮຽກຮ້ອງຄວາມເທົ່າທຽມໃນເລື່ອງຂອງເຊື້ອຊາດ ແລະ ສີຜິວ ກໍໄດ້ມີນາງແບບສາວຄົນນີ້ທີ່ຂໍອອກມາປ່ຽນທັດສະນະຄະຕິດ້ານລົບທັງຫຼາຍ ໃຫ້ກາຍເປັນສິ່ງທີ່ຍອມຮັບໄດ້ໃນທີ່ສຸດ…

ໄນຍາຄິມ ແກດເວຄ ນາງແບບສາວຜູ້ທີ່ເປັນເຈົ້າຂອງສີຜິວທີ່ດຳເຂັ້ມທີ່ສຸດໃນໂລກ ຈົນໄດ້ຮັບການບັນທຶກລົງໃນ ກິເນສບຸກ ພ້ອມທັງເປັນທີ່ຍອມຮັບກັນໃນວົງການ Fashion ລະດັບໂລກອີກດ້ວຍ… ໄນຍາຄິມ ປັດຈຸບັນອາຍຸ 27 ປີ ເປັນສາວຊາວອາເມລິກາ ເຊື້ອສາຍຊູດານໃຕ້ ເກິດທີ່ເມືອງແກມເບລາ ເອທິໂອເປຍ ເປັນທີ່ຮູ້ຈັກໃນແວດວົງນາງແບບ ແລະ ເປັນຜູ້ເຮັດໃຫ້ວົງການນາງແບບຕ້ອງສະເທືອນກັບການມາແລ້ວ…

ໄນຍາຄິມ ໄດ້ເປິດໃຈວ່າ ລາວບໍ່ເຄີຍໜີພົ້ນເລື່ອງການຍຽດສີຜິວຄືກັນກັບທີ່ຊາວຜິວສີຫຼາຍຄົນເຄີຍພົບຢ່າງໜ້ອຍໜຶ່ງເທື່ອ ແຕ່ລາວພະຍາຍາມເບິ່ງເລື່ອງນີ້ໃຫ້ເປັນໃນທາງບວກໄວ້ ແລະ ຕອບກັບໄປຢ່າງເຈັບໆສະເຫມີ… ໄນຍາຄິມ ເຄີຍເລົ່າໃຫ້ຟັງວ່າ ຄັ້ງຫນຶ່ງລາວເຄີຍນັ່ງອູເບີ້ເພື່ອເດີນທາງໄປບ່ອນໃດບ່ອນໜຶ່ງ ແລະ ຢູ່ໆຄົນຂັບລົດກໍ່ເອີຍປາກຖາມລາວວ່າ ຖ້າມີຄົນໃຫ້ເງິນປະມານ 10. 000 ຫຼຽນ (ປະມານ 90.000.000 ກີບ) ໃຫ້ໄປກັດສີຜິວໃຫ້ຂາວຂຶ້ນ ລາວຈະຍອມເຮັດບໍ?

ແທນທີ່ນາງຈະໃຈຮ້າຍເປັນຟືນໄຟ ໄນຍາຄິມ ກັບຫົວຂື້ນສຽງດັງ ແລະ ຕອບກັບໄປວ່າບໍ່ມີທາງ ເປັນຫຍັງຂ້ອຍຕ້ອງຢາກຈະກັດສີຜິວ ນີ້ເປັນສິ່ງທີ່ພຣະຜູ້ເປັນເຈົ້າປະທານມາໃຫ້ຂ້ອຍມາແບບນີ້ ເຮັດໃຫ້ຄົນຂັບລົດບໍ່ຮູ້ຊິຕອບຫຍັງຕໍ່ໄປເລີຍ… ເລື່ອງລາວຄວາມ Strong ຂອງລາວໄດ້ຈຸດປະກາຍໃຫ້ຜູ້ຄົນຊາວຜິວສີ ແລະ ຜິວຂາວເລີ່ມຫັນມາເບິ່ງປະເດັນລະອຽດອ່ອນນີ້ຢ່າງຈິງຈັງ ແລະ ຮ່ວມລົນນະລົງກ່ຽວກັບການຍຽດສີຜິວ ເຊິ່ງເປັນການບັນທອນຄວາມເປັນມະນຸດກັບພວກເຂົາໄປທົ່ວໂລກ…




Cr: Lao News