Breaking News

ຜົນການວິໄຈຊີ້!! ການມີເພື່ອນຮ່ວມງານດີ ຊ່ວຍໃຫ້ມີຄວາມສຸກ ແລະ ນໍາໄປສູ່ການມີລາຍໄດ້ທີ່ສູງຂຶ້ນ…

ແບ່ງປັນ

ຕ້ອງຍອມຮັບວ່າ ການເປັນມະນຸດເງິນເດືອນ ໃນຍຸກສະໄໝນີ້ນໍາມາເຊິ່ງຄວາມຕຶງຄຽດຫຼາກຫຼາຍ ທັງຈາກບັນຫາທີ່ເກີດຈາກຫົວໜ້າວຽກຈອມນ໋ຽບ ເພື່ອນຮ່ວມງານເຫັນແກ່ຕົວ ພາລະວຽກທີ່ຫຼາຍຂຶ້ນ ສະພາບແວດລ້ອມໃນການເຮັດວຽກທີ່ບໍ່ເປັນອິດສະຫຼະ ຫຼືແມ່ນແຕ່ບັນຫາການເດີນທາງທີ່ແສນລໍາບາກ ລ້ວນແລ້ວແຕ່ມີອິດທິພົນຫຼາຍ ຈົນເຮັດໃຫ້ຫຼາຍໆຄົນຕັດສິນໃຈລາອອກ ປ່ຽນວຽກໃໝ່ວົນໄປເລື້ອຍໆ

ແນວໃດກໍຕາມ ທ່າມກາງຄວາມຕຶງຄຽດເຫຼົ່ານີ້ ກໍມີແສງສະຫວ່າງທີ່ສາມາດເຮັດໃຫ້ຄົນເຮົາສາມາດເຮັດວຽກໄດ້ຢ່າງມີຄວາມສຸກ ແລະ ສໍາເລັດຜົນໄດ້ກໍຄື ການມີໝູ່ຢ່າງໜ້ອຍໜຶ່ງຄົນທີ່ດີ ແລະ ຈິງໃຈຢູ່ບ່ອນເຮັດວຽກ

ทักษะการปรับตัวเข้ากับผู้อื่นเพื่อให้งานราบรื่นและสำเร็จยิ่งขึ้น

ໂດຍການສຶກສາຂອງ Gallup ບໍລິສັດທີ່ຊ່ຽວຊານດ້ານຊັບພະຍາກອນມະນຸດ ພົບວ່າ ການມີເພື່ອນຮ່ວມງານທີ່ດີຈະຊ່ວຍໃຫ້ເຈົ້າເຮັດວຽກໄດ້ດີ ແລະ ມີຮີປະສິດທະພາບຫຼາຍຍິ່ງຂຶ້ນ ຈົນສາມາດນໍາໄປສູ່ລາຍໄດ້ທີ່ສູງຂຶ້ນອີກດ້ວຍ ເຫດຜົນກໍເພາະວ່າ ການມີໝູ່ເພື່ອນຊ່ວຍສ້າງຄວາມເປັນໄປໄດ້ຈະເຮັດສິ່ງຕ່າງໆ ໃຫ້ສໍາເລັດໄດ້ຫຼາຍຍິ່ງຂຶ້ນນັ້ນເອງ.

ນັກຈາການີ້ ການມີໝູ່ໃນບ່ອນເຮັດວຽກສາມາດກະຕຸ້ນໃຫ້ເຈົ້າຮູ້ສຶກຢາກໄປເຮັດວຽກໄດ້ຫຼາຍຂຶ້ນ ເນື່ອງຈາກວ່າ ມັນຈະກາຍເປັນສະຖານທີ່ທີ່ເຈົ້າສາມາດໃຊ້ເວລາກັບຄົນທີ່ເຈົ້າມັກ ແລະ ມີຄວາມສຸກໄດ້ ແລະ ເປັນພື້ນທີ່ປອດໄພທີ່ຢາກຈະເຮັດວຽກໃນທຸກໆມື້

6 เคล็ดลับปรับตัวเข้ากับเพื่อนร่วมทีมใหม่

ດ້ວຍເຫດນີ້ຈຶ່ງມີຄວາມເປັນໄປໄດ້ວ່າ ສິ່ງນີ້ຈະເຮັດໃຫ້ເຈົ້າມີຄວາມຕ້ອງການໃນການມີສ່ວນຮ່ວມກັບໂຄງການຂອງບໍລິສັດຫຼາຍຂຶ້ນ ສູງເຖິງ 7 ເທົ່າ ນອກຈາກນີ້ ຍັງສາມາດຫຼຸດໂອກາດທີ່ເຮັດໃຫ້ເຈົ້າຢາກລາກອອກໄດ້ໜ້ອຍລົງເຖິງ 20%

ເພື່ອນຮ່ວມງານດີ

ການສຶກສາຍັງສະແດງໃຫ້ເຫັນອີກວ່າ 50% ຂອງພະນັກງານທີ່ເຮັດວຽກຮ່ວມກັບເພື່ອນຮ່ວມງານທີ່ດີ ຍັງສ້າງຄວາມຜູກພັນພິເສດກັບບໍລິສັດເມື່ອທຽບກັບ 10% ຂອງຜູ້ທີ່ມີຄວາມສໍາພັນທາງອາຊີບອື່ນໆ ຂະນະດຽວກັນ ການຮັກສາມິດຕະພາບໃນການເຮັດວຽກສາມາດນໍາໄປສູ່ຜົນກໍາໄລທີ່ຫຼາຍຂຶ້ນເຖິງ 12% ເນື່ອງຈາກພະນັກງານຈະຮູ້ສຶກຜູກພັນກັບສະມາຊິກໃນທີມ ແລະ ອາດຈະເກີດເປັນການສ້າງແຮງບັນດານໃຈທີ່ຈະກ້າວໄປນໍາກັນ

เทคนิคการปรับตัวให้เข้ากับเพื่อนร่วมงานชาวอาเซียน | Prosoft Family

ນອກຈາກນີ້ ເນື່ອງຈາກຄວາມເຊື່ອໝັ້ນທີ່ພວກເຂົາມີຕໍ່ກັນ ເຮັດໃຫ້ວຽກທີ່ອອກມາເຕັມໄປດ້ວຍປະສິດທິພາບ ເພາະວ່າພວກເຂົາບໍ່ຕ້ອງຮຄ້ສຶກຕຶງຄຽດກັບສະພາບແວດລ້ອມທີ່ບໍ່ເປັນມິດ ທັງຍັງມີໝູ່ໃຫ້ປັບທຸກ ເຮັດໃຫ້ມີໂອກາດທີ່ຈະກ້າວໜ້າ ແລະ ຂັບເຄື່ອນອົງກອນໄດ້ເຂົ້າຂັ້ນດີຫຼາຍ

ຮຽບຮຽງໂດຍ: Kuanjai Magazine
ທີ່ມາ brightside.me

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Target Magazine

ແບ່ງປັນ